ໃນວັນທີ 22 ມີຖຸນາ 2017, ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ “ໂຄງການພັດທະນາຊັບພະຍາກອນມະນຸດ” ມູນຄ່າ 321 ລ້ານເຢນ ພາຍໃຕ້ການຊ່ວຍເຫຼືອເພື່ອພັດທະນາ (ODA) ຂອງລັດຖະບານຍີ່ປຸ່ນ, ຊຶ່ງຕາງໜ້າລັດຖະບານ ແຫ່ງ ສປປ ລາວ ຮ່ວມລົງນາມໂດຍ ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານ ຍີ່ປຸ່ນ ໂດຍ ທ່ານ ຕາເກຊິ ຮິກິຮາຣະ, ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈຳ ສປປ ລາວແລະ ມີພະນັກງານຈາກຂະແໜງການທີ່ກ່ຽວຂ້ອງຂອງທັງສອງປະເທດ ເຂົ້າຮ່ວມເປັນສັກຂີພິຍານ.
ໃນວັນທີ 22 ມິຖຸນາ 2017, ທີ່ ສະຖານທູດເຢຍລະມັນ, ນະຄອນຫຼວງວຽງຈັນ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີເຊັນປື້ມໄຫວ້ອາໄລແດ່ດວງວິນຍານຂອງ ທ່ານ Helmut Kohl, ອະດີດນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ (1982-1998) ທີ່ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 16 ມິຖຸນາ 2017.
ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ.
ໃນວັນທີ 21 ມິຖຸນາ 2017, ທີ່ ກະຊວງການຕ່າງປະເທດ, ໄດ້ຈັດພິທີປິດກອງປະຊຸມດຳເນີນຊີວິດການເມືອງປັບປຸງປົວແປງພັກ ຂອງອົງຄະນະພັກກະຊວງການຕ່າງປະເທດ ປະຈໍາປີ 2017 ພາຍຫຼັງທີ່ໄດ້ດຳເນີນມາແຕ່ວັນທີ 9 - 21 ມິຖຸນາ 2017 ໂດຍການເຂົ້າຮ່ວມເປັນປະທານໃນພິທີປິດໂດຍ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ.