ໃນວັນທີ 26 ທັນວາ 2016, ທີ່ ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເຊັນສັນຍາວ່າດ້ວຍ ສິດນຳໃຊ້ທີ່ດິນ ແລະ ອາຄານ ເປັນສຳນັກງານການທູດ, ຊຶ່ງຕາງໜ້າຈາກລັດຖະບານລາວ ຮ່ວມລົງນາມໃນຄັ້ງນີ້ແມ່ນ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າຈາກລັດຖະບານມົງໂກລີ ແມ່ນ ທ່ານ ລໍດອຍດຳບາການຣັກ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ມົງໂກລີ ປະຈຳ ສປປ ລາວ, ໂດຍມີເຈົ້າໜ້າທີ່ທັງສອງຝ່າຍທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພະຍານ. ການຮ່ວມລົງນາມໃນສັນຍາຄັ້ງນີ້ ແມ່ນເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ ສຳນັກງານການທູດໃນດິນແດນຂອງກັນ ແລະ ກັນ ໃນການປະຕິບັດໜ້າທີ່ວຽກງານຂອງພະນັກງານທີ່ປະຈຳຢູ່ສະຖານທູດ ກໍຄືການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ເພີມທະວີການຮ່ວມມື ໃຫ້ມີປະສິດຕິພາບໃນການເຮັດວຽກ ແລະ ເພື່ອເປັນການຮັດແໜ້ນສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ມົງໂກລີ ໃຫ້ແໜ້ນແຟ້ນຍິ່ງຂຶ້ນກວ່າເກົ່າ.
ໃນລະຫວ່າງວັນທີ 18-23 ທັນວາ 2016, ຂະບວນຄາລະວານລົດ ກະຊວງການຕ່າງປະເທດ ນໍາໂດຍ ທ່ານ ນາງ ຄໍາເພົາ ເອີນທະວັນ, ຄະນະປະຈຳພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍ ບັນດາເອກອັກຄະລັດຖະທູດ, ກົງສຸນໃຫຍ່, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳຕ່າງປະເທດ, ບັນດາ ຫົວໜ້າກົມ-ຮອງກົມ ຈາກກະຊວງການຕ່າງປະເທດ, ຫົວໜ້າ-ຮອງພະແນກພົວພັນຕ່າງປະເທດແຂວງ ຈາກ 17 ແຂວງ ແລະ ຜູ້ຕາງໜ້າຈາກ 3 ອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ລວມທັງໝົດ 150 ກວ່າທ່ານ ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ ແລະ ແຂວງຫົວພັນ, ພາຍຫຼັງທີ່ໄດ້ສໍາເລັດການເຂົ້າຮ່ວມ ກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ XIII, ໃນລະຫວ່າງວັນທີ 13-16 ທັນວາ 2016 ຜ່ານມາ, ທີ່ ນະຄອນຫຼວງວຽງຈັນ.
ໃນຕອນບ່າຍ ວັນທີ 22 ທັນວາ 2016, ທີ່ ສະຖານທູດຣັດເຊຍ ປະຈໍາ ສປປ ລາວ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ໄປເຊັນປຶ້ມໄຫວ້ອາໄລ ຕໍ່ເຫດການຄາດຕະກຳ ທ່ານ ອັນເດຣ ກາລົບ, ເອກອັກຄະລັດຖະທູດ ຣັດເຊຍ ປະຈຳ ຕວກກີ ໃນວັນທີ 19 ທັນວາ 2016 ໂດຍມີເນື້ອໃນດັ່ງລຸ່ມນີ້: