ໃນຕອນບ່າຍຂອງວັນທີ 22 ທັນວາ 2016, ທີ່ ສະຖານທູດເຢຍລະມັນ ປະຈຳ ສປປ ລາວ, ທ່ານ ແສງເພັດ ຮຸ່ງບຸນບວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມເຊັນປື້ມໄຫວ້ອາໄລຕໍ່ກັບເຫດການຄົນຮ້າຍຂັບລົດບັນທຸກແລ່ນບຸກເຂົ້າທຳຮ້າຍປະຊາຊົນ ໃນງານຕະຫຼາດຄຼິດສມາດຢູ່ໃຈກາງນະຄອນຫຼວງແບກແລັງ, ປະເທດ ເຢຍລະມັນ ໂດຍມີເນື້ອໃນວ່າ:
ໃນວັນທີ 5 ທັນວາ 2016, ທີ່ກະຊວງການຕ່າງປະເທດ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ມອບສານແຕ່ງຕັ້ງໃຫ້ແກ່ ທ່ານ Gerard DELEVAUX, ກົງສູນກິດຕິມະສັກ ແຫ່ງ ສປປ ລາວ ປະຈຳ ສ ມາດາກາສະກາ.
ໃນວັນທີ 01 ທັນວາ 2016, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບ ແລະ ເຮັດວຽກຮ່ວມກັບ ທ່ານ Claudio De Negri Quintna, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ.ຈີເລ ປະຈຳ ສປປ ລາວ ທີ່ມີສຳນັກງານຕັ້ງຢູ່ຮ່າໂນ້ຍ. ໃນໂອກາດນີ້, ທັງສອງຝ່າຍໄດ້ຮ່ວມກັນລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການປຶກສາຫາລືດ້ານການເມືອງ MOU ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສ.ຈີເລ, ໂດຍທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຮ່ວມລົງນາມກັບ ທ່ານ Claudio De Negri Quintna, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ.ຈີເລ ຊຶ່ງເປັນບາດກ້າວລິເລີ່ມອັນສຳຄັນໃນການເສີມຂະຫຍາຍການພົວພັນ ແລະ ຮ່ວມມື ລະຫວ່າງ ສອງກະຊວງໃຫ້ນັບມື້ດີຂຶ້ນໃນອານາຄົດ.