ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ກອງປະຊຸມຄັ້ງທໍາອິດ ຂອງບັນດາຈຸດປະສານງານເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາ ແບບຍືນຍົງ (ປພຍ) ຢູ່ ສປປ ລາວ

SDGsMeeting1

 

SDGsMeeting2

 

ໃນວັນທີ 14 ມີນາ 2017 ນີ້, ທີ່ ໂຮງແຮມລາວພຣາຊາ, ນະຄອນຫຼວງວຽງຈັນ, ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກ່ຽວກັບ ການຕົກລົງຂອງທ່ານນາຍົກລັດຖະມົນຕີ ເຫັນດີເປັນປະທານຄະນະຊີ້ນໍາລະດັບຊາດ ໂດຍມີຮອງປະທານ 2 ທ່ານ ຄື: ທ່ານລັດຖະມົນຕີກະຊວງການຕ່າງປະເທດ ເປັນຮອງປະທານ ທັງເປັນຜູ້ປະຈໍາການ ແລະ ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເປັນຮອງປະທານຜູ້ທີສອງ,​ ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ໃນນາມກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ໄດ້ຈັດກອງປະຊຸມບັນດາຈຸດປະສານ ທີ່ມີບັນດາຫົວໜ້າກົມ, ຮອງຫົວໜ້າກົມ ແລະ ວິຊາການຈາກກະຊວງ ແລະ ອົງການທຽບເທົ່າທີ່ກ່ຽວຂ້ອງທັງໝົດ 22 ພາກສ່ວນ ລວມທັງໝົດ 50 ກວ່າທ່ານ. ກອງປະຊຸມ ໄດ້ດໍາເນີນໄປພາຍໃຕ້ການເປັນປະທານຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ,​ ຫົວໜ້າກົມອົງການຈັດຕັ້ງສາກົນ, ທັງເປັນຫົວໜ້າກອງເລຂາຄະນະຊີ້ນໍາລະດັບຊາດເພື່ອການຈັດຕັ້ງປະຕິບັດ ປພຍ ແລະ ມີຄະນະກອງເລຂາ ຮ່ວມເປັນປະທານ ຄື: ທ່ານ ນາງ ພອນວັນ ອຸທະວົງ, ຫົວໜ້າກົມແຜນການ, ກະຊວງ ແຜນການ ແລະ ການລົງທຶນ ແລະ ທ່ານ ນາງ ເພັດສະໝອນ ສອນ, ຫົວໜ້າຫ້ອງການ ສູນສະຖິຕິແຫ່ງຊາດ.

ອ່ານເພີ່ມເຕີມ... 

ສະຖານທູດແຫ່ງ ສປປ ລາວ ປະຈໍາ ນະຄອນຫຼວງປາຣີ ຮ່ວມກັບສໍາພັນຄົນລາວ ທີ່ ປະເທດຝຣັ່ງ ສະເຫຼິມສະຫຼອງວັນແມ່ຍິງສາກົນ 08 ມີນາ

ParisWomen

 

ໃນວັນທີ 05 ມີນາ 2017 ຜ່ານມານີ້, ສະຖານທູດ ແຫ່ງ ສປປ ລາວ ປະຈໍາ ນະຄອນຫຼວງປາຣີ, ປະເທດຝຣັ່ງ ແລະ ສໍາພັນຄົນລາວ ທີ່ ປະເທດຝຣັ່ງ, ໄດ້ພ້ອມກັນຈັດຕັ້ງພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ 8 ມີນາ ຄົບຮອບ 107 ປີ ຂຶ້ນ, ທີ່ ສະຖານເອກອັກຄະລັດຖະທູດລາວ ທີ່ ນະຄອນຫຼວງປາຣີ, ໂດຍມີຜູ້ເຂົ້າຮ່ວມຫຼາຍກ່າວ 350 ທ່ານ, ໃນນັ້ນ ມີເອື້ອຍນ້ອງແມ່ຍິງຫຼາຍກວ່າເຄິ່ງໜຶ່ງ.

ອ່ານເພີ່ມເຕີມ... 

ທ່ານຮອງນາຍົກ ໂອ້ລົມກັບພີ່ນ້ອງຄົນເຊື້ອຊາດລາວ ແລະ ນັກສຶກສາລາວ ຢູ່ ປະເທດຍີ່ປຸ່ນ

JP SX1

 

JP SX2

 

ໃນວັນທີ 5 ມີນາ 2017, ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ພົບປະໂອ້ລົມກັບພີີ່ນ້ອງຄົນເຊື້ອຊາດລາວ ແລະ ນັກສຶກສາລາວ ຢູ່ ປະເທດຍີ່ປຸ່ນ, ໃນໂອກາດໄປຢ້ຽມຢາມຍີ່ປຸ່ນຢ່າງເປັນທາງການ ແຕ່ວັນທີ 5-10 ມີນາ 2017, ໂດຍມີຜູ້ເຂົ້າຮ່ວມ ປະມານ 50 ຄົນ; ແລະ ຍັງໄດ້ໃຫ້ກຽດເຂົ້າຮ່ວມງານລ້ຽງອາຫານຄໍ່າ ຈັດເປັນກຽດໂດຍ ທ່ານ ວິໂຣດ ສຸນດາຣາ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ປະເທດຍີ່ປຸ່ນ, ຢູ່ສໍານັກງານສະຖານທູດລາວ ທີ່ ໂຕກຽວ.

ອ່ານເພີ່ມເຕີມ... 

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490985
ມື້ນີ້79
ມື້ວານ226
ອາທິດນີ້510
ເດືອນນີ້4378