ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈໍາ ສສ. ຫວຽດນາມ ທີ່ ນະຄອນດານັງ ສະເຫຼີມສະຫຼອງປີໃໝ່ລາວ ພ.ສ 2560

Vietnam2560

 

ໃນວັນທີ 08 ເມສາ 2017, ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ທີ່ ນະຄອນດານັງ ຮ່ວມກັບ ສະມາຄົມມິດຕະພາບຫວຽດນາມ-ລາວນະຄອນດານັງ ແລະ ສະຫະພັນແມ່ຍິງນະຄອນດານັງ ຈັດສະຫຼອງປີໃໝ່ລາວ ພ.ສ 2560. ໃນນີ້ ມີລາຍການແລກປ່ຽນວັດທະນະທໍາອາຫານລາວ-ຫວຽດນາມ.

ອ່ານເພີ່ມເຕີມ... 

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ມຽນມາ ສະເຫຼີມສະຫຼອງປີໃໝ່ລາວ ພ.ສ 2560

Mynmar2560

 

ເພື່ອເປັນການສົ່ງເສີມ ແລະ ອະນຸລັກຮີດຄອງປະເພນີ ກໍຄືຮີດສີບສອງຄອງສີບສີ່ ທີ່ສືບຕໍ່ກັນມາແຕ່ບຸຮານນະການ;

 

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ. ມຽນມາ ໄດ້ຈັດງານບາສີສູ່ຂວັນ ແລະ ສະເຫຼີມສະຫຼອງປີໃໝ່ລາວ ພ.ສ 2560 ຂື້ນ, ໃນຕອນເຊົ້າຂອງວັນທີ 10 ເມສາ 2017, ຢູ່ ສະຖານທູດລາວ ທີ່ ຢັ້ງກຸ້ງ. ເປັນກຽດເຂົ້າຮ່ວມໃນງານມີຄະນະສະຖານທູດ, ພະນັກງານສະຖານທູດ, ຄົນລາວທີ່ດໍາລົງຊິວີດ ແລະ ເຮັດວຽກຢູ່ ສສ. ມຽນມາ, ນັກຮຽນ, ນັກສຶກສາ ແລະ ແຂກຖືກເຊີນ ຄື: ທ່ານເອກອັກຄະລັດຖະທູດຫວຽດນາມ, ທ່ານຮອງຫົວໜ້າສຳນັກງານສະຖານທູດ ແລະ ທ່ານທີ່ປຶກສາຝ່າຍປ້ອງກັນຊາດ ສສ. ຫວຽດນາມ ປະຈຳ ສສ. ມຽນມາ ພ້ອມຄອບຄົວ. ຊຶ່ງມີຜູ້ເຂົ້າຮ່ວມທັງໝົດປະມານ 50 ທ່ານ.

ອ່ານເພີ່ມເຕີມ... 

ທ່ານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳປະເທດຍີ່ປຸ່ນ ຍື່ນສານຕາຕັ້ງຕໍ່ເຈົ້າຈັກກະພັດຍີ່ປຸ່ນ

JP

 

ໃນວັນທີ 11 ເມສາ 2017, ທ່ານ ວິໂຣດ ສຸນດາຣາ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ເຈົ້າຈັກກະພັດ ອາກີຮິໂຕະ (Akihito) ແຫ່ງ ປະເທດຍີ່ປຸ່ນ, ທີ່ ສໍານັກພະລາດຊະວັງ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ປະເທດຍີ່ປຸ່ນ, ໂດຍຊ້ອງໜ້າຜູ້ຕາງໜ້າລັດຖະບານ ທີ່ ກະຊວງການຕ່າງປະເທດຍີ່ປຸ່ນ, ເຈົ້າໜ້າທີ່ຂອງສຳນັກພະລາດຊະວັງ ແລະ ພະນັກງານການທູດຈາກສະຖານທູດລາວ ທີ່ ໂຕກຽວ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486744
ມື້ນີ້137
ມື້ວານ161
ອາທິດນີ້406
ເດືອນນີ້137