ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ສະຖານທູດລາວ ທີ່ ພະນົມເປັນ ເຂົ້້າຮ່ວມແຂ່ງຂັນກິລາມິດຕະພາບ ລະຫວ່າງ ສະຖານທູດຫວຽດນາມ ແລະ ສະຖານທູດລາວ

CamFootball

 

CamFootball1

 

ໃນ​ວັນທີ 25 ມີນາ 2017, ສະຖານ​ເອກອັກຄະ​ລັດຖະທູດ ​ແຫ່ງ ສປປ ລາວ ປະ​ຈໍາ ຣາຊະ​ອານາຈັກ ກໍາປູ​ເຈຍ, ​​ໄດ້ເຂົ້າຮ່ວມແຂ່ງຂັນ​ກິ​ລາ​ມິດຕະພາບ ກັບ​ ສະຖານເອກອັກຄະລັດຖະທູດ ສສ. ຫວຽດນາມ ປະຈໍາ ຣາຊະ​ອານາຈັກ ກໍາປູ​ເຈຍ, ທີ່ ສະຖານ​ທູດຫວຽດນາມ, ​ເພື່ອ​ຂໍ່ານັບ​ຮັບ​ຕ້ອນວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ຫວຽດນາມ ຄົບຮອບ 55 ປີ (1962-2017) ແລະ ວັນເຊັນສົນທິສັນຍາມິດຕະພາບ, ການຮ່ວມມື ແລະ ຄວາມສາມັກຄີແບບພິເສດ ລາວ-ຫວຽດນາມ ຄົບຮອບ 40 ປີ (1977-2017). ເປັນ​ກຽດ​ເຂົ້າ​ຮ່ວມ​ຊົມ​ການ​ແຂ່ງຂັນໃນຄັ້ງນີ້ມີ ທ່ານ THACH DU, ເອກ​ອັກຄະ​ລັດຖະທູດ ວິສາມັນ​ຜູ້​ມີ​ອໍານາດ​ເຕັມ ​ແຫ່ງ ສສ. ຫວຽດນາມ ປະ​ຈໍາ ຣາຊະ​ອານາຈັກ ກໍາປູ​ເຈຍ ແລະ ພັນລະຍາ, ທ່ານ ປຣະສິດ ​ໄຊ​ຍະ​ສິດ, ​ເອກ​ອັກຄະ​ລັດຖະທູດ ວິສາມັນ​ຜູ້​ມີ​ອໍານາດ​ເຕັມ ​ແຫ່ງ ສປປ ລາວ ປະ​ຈໍາ ຣາຊະ​ອານາຈັກ ກໍາປູ​ເຈຍ ແລະ ພັນລະຍາ ​ ພ້ອມ​ດ້ວຍ​ພະນັກງານສະຖານທູດ ​ລາວ-ຫວຽດນາມ ​ແລະ ນັກ​ສຶກສາລາ​ວ​ ເຂົ້າ​ຮ່ວມທັງໝົດ ຈໍານວນ 70 ຄົນ, ​​ໂດຍ​ມີ​ການ​ແຂ່ງຂັນ ​03 ປະ​ເພດກິລາ​ຄື: ກິລາ​ຕີດອກ​ປີກ​ໄກ່, ກິລາເທັນນິດສ໌ ​ແລະ ກິລາ​ປິ່ງ​ປ່ອງ, ​ໂດຍ​ມີ​ການ​ແຂ່ງ​ຂັນ​ຂອງ​ທີ​ມຍິງ, ທີ​ມຊາຍ ແລະ ທິມປະສົມ​​, ການຈັດ​ການ​​ແຂ່ງ​ຂັນ​ກິລາ​ດັ່ງກ່າວ​ ​ເພື່ອ​ເປັນ​ການ​ຮັດແໜ້ນ​ສາຍ​ພົວພັນຮ່ວມ​ມືມິດ​ຕະພາບ ແລະ ຄວາມສາມັກຄີແບບພິເສດຂອງສອງຊາດ ລາວ-ຫວຽດນາມ ກໍຄື ລະຫວ່າງ​ສອງສະຖານທູດ. ການແຂ່ງຂັນ ແມ່ນ​ໄດ້ດຳເນີນໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ແລະ ຄວາມສາມັກຄີອັນແໜ້ນແຟ້ນ. ພາຍຫຼັງ​ສໍາ​ເລັດ​ການ​ແຂ່ງຂັນ​ ກໍ​ໄດ້​ມີ​ການມອບຂັນ​ລາງວັນເພື່ອເປັນທີ່ລະນຶກ ​ແລະ ຮ່ວມ​ພາ​ເຂົ້າ​ສາມັກຄີ ພ້ອມ​ທັງ​ມ່ວນ​ຊື່ນ​ລໍາວົງສາມັກ​ຄີ​ຮ່ວມ​ກັນ.

 

ສະມາຊິກສະພາແຫ່ງຊາດ ຊຸດທີ VIII ປະຈຳ ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ພົບປະກັບ ພະນັກງານກະຊວງການຕ່າງປະເທດ

 

assemblymofa1 assemblymofa2

 

ໃນວັນທີ 23 ມີນາ 2017, ທີ່ ກະຊວງການຕ່າງປະເທດ, ສະມາຊິກສະພາ ແຫ່ງຊາດ (ສສຊ) ຊຸດທີ VIII ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ນໍາໂດຍ ທ່ານ ນາງ ພອນເພັດ ບຸບຜາ, ຮອງປະທານກໍາມາທິການ ວັດທະນະທຳ-ສັງຄົມ, ສະມາຊິກ ສະພາແຫ່ງຊາດ ຊຸດທີ VIII ປະຈຳເຂດ ເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ໄດ້ລົງພົບປະກັບ ພະນັກງານກະຊວງການຕ່າງປະເທດ, ໂດຍມີ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍ ພະນັກງານວິຊາການ ເຂົ້າຮ່ວມຢ່າງພ້ອມພຽງ.ໃນພິທີພົບປະ, ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຫ້ອງການການຕ່າງປະເທດ, ໄດ້ຂຶ້ນລາຍງານໂດຍຫຍໍ້ກ່ຽວ ກັບການເຕີບໃຫຍ່ຂະຫຍາຍຕົວຂອງກະຊວງການຕ່າງປະເທດ ຊຶ່ງທ່ານໄດ້ກ່າວວ່າ:ກະຊວງການຕ່າງປະເທດ ແມ່ນອົງການຄຸ້ມຄອງລັດຂັ້ນສູນກາງໃນກົງຈັກຂອງລັດຖະບານ, ຊຶ່ງມີພາລະບົດບາດເປັນເສນາທິການຄົ້ນຄວ້າ ແລະ ນຳສະເໜີແນວທາງນະໂຍບາຍການຕ່າງປະເທດ ຕໍ່ສູນກາງພັກ ແລະ ລັດຖະບານ, ເປັນໃຈກາງໃນການປະສານງານຈັດຕັ້ງປະຕິບັດແນວທາງນະໂຍບາຍການຕ່າງປະເທດຂອງພັກ-ລັດ ຕາມຫຼັການຜ່ານປະຕູດຽວທົ່ວປະເທດ ມີຄວາມຮັບຜິດຊອບໃນການເຄື່ອນໄຫວປະຕິບັດໜ້າທີ່ ແລະ ຂອບເຂດສິດ ໃນການບໍລິຫານຕາມການມອບໝາຍ. ກະຊວງການຕ່າງປະເທດ ປະກອບມີ 1 ຫ້ອງການກະຊວງ, 13 ກົມ, 2 ຫ້ອງການ ແລະ 1 ສະຖາບັນທຽບເທົ່າກົມ, ມີຈຳນວນພະນັກງານທັງໝົດ 1006 ຄົນ; ປະຈຸບັນ, ສປປ ລາວ ໄດ້ສ້າງສາຍພົວພັນການທູດກັບ 139 ປະເທດ, ມີສຳນັກງານຕາງໜ້າການທູດຂອງ ສປປ ລາວ ປະຈຳຢູ່ຕ່າງປະເທດ 39 ແຫ່ງ ( ສະຖານທູດ 26 ແຫ່ງ, ສຳນັກງານຜູ້ຕາງໜ້າຖາວອນ 3 ແຫ່ງ, ກົມສຸນໃຫຍ່ 9 ແຫ່ງ ແລະ ຫ້ອງການກົງສຸນ 1 ແຫ່ງ ).

ອ່ານເພີ່ມເຕີມ... 

ສະຖານເອກອັກຄະລັດຖະທູດລາວ ທີ່ ແຄນເບີລາ ສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ອົດສະຕຣາລີ ຄົບຮອບ 65 ປີ

LaoAus65

ໃນວັນທີ 26 ກຸມພາ 2017, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ແຄນເບີລາ, ໄດ້ມີການຈັດງານລ້ຽງຮັບຮອງ ແລະ ການວາງສະແດງຮູບພາບ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ລາວ-ອົດສະຕຣາລີ ຄົບຮອບ 65 ປີ, ຊຶ່ງເປັນກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງລັດຖະບານ ສປປ ລາວ ທີ່ມາຢ້ຽມຢາມທັດສະນະສຶກສາ ຢູ່ ອົດສະຕຣາລີ ພາຍໃຕ້ໂຄງການຢ້ຽມຢາມພິເສດຂອງປະເທດນີ້. ພ້ອມກັນນັ້ນ ກໍ່ຍັງມີ ທ່ານ Phillip Green, ຫົວໜ້າກົມອາຊີອາຄະເນ-ແຜນດິນໃຫຍ່, ກະຊວງການຕ່າງປະເທດ ແລະ ການຄ້າ, ໃນນາມຕາງໜ້າລັດຖະບານ ອົດສະຕາລີ, ເຈົ້າໜ້າທີ່ຈາກກະຊວງການຕ່າງປະເທດ ແລະ ສຳນັກງານນາຍົກລັດຖະມົນຕີ, ທູຕານຸທູດ, ນັກທຸລະກິດ, ຜູ້ຕາງໜ້າຄະນະກຳມະການສູນກາງແນວລາວສ້າງຊາດ ສປປ ລາວ ປະຈຳ ອົດສະຕາລີ ພ້ອມດ້ວຍຄົນເຊື້ອຊາດລາວ ແລະ ນັກສຶກສາ ທີ່ກຳລັງສຶກສາຢູ່ ປະເທດ ອົດສະຕຣາລີ ເຂົ້າຮ່ວມຈຳນວນເກືອບ 200 ຄົນ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486761
ມື້ນີ້154
ມື້ວານ161
ອາທິດນີ້423
ເດືອນນີ້154