ໃນວັນທີ 2 ກັນຍາ 2016, ກະຊວງການຕ່າງປະເທດ ໄດ້ຈັດພິທີມອບລາງວັນຊົມເຊີຍ ເງິນສົດຈຳນວນ 9.000.000 ກີບ ໃຫ້ແກ່ທີມຊະນະເລີດການແຂ່ງຂັນ ຖາມ-ຕອບ ຄວາມຮູ້ ກ່ຽວກັບ ອາຊຽນ ລະດັບພາກພື້ນ ຄັ້ງທີ 7 (7th ASEAN Quiz Regional Level 2016), ຊຶ່ງເປັນກຽດມອບລາງວັນໂດຍ ທ່ານ ພົງສະຫວັນ ສີສຸລາດ, ຫົວໜ້າກົມອາຊຽນ ໂດຍມີຕ່າງໜ້າຈາກບັນດາກົມຕ່າງໆພາຍໃນກະຊວງການຕ່າງປະເທດ ແລະ ບັນດາແຂກທີ່ຖືກ ເຊີນຈາກຄະນະຈັດກິດຈະກຳການແຂ່ງຂັນດັ່ງກ່າວ ເຂົ້າຮ່ວມໃນພິທີຄັ້ງນີ້ ທີ່ ກະຊວງການຕ່າງປະເທດ.
ກິດຈະກຳການແຂ່ງຂັນດັ່ງກ່າວ ແມ່ນເພືຶ່ອໂຄສະນາເຜີຍແຜ່ ແລະ ສົ່ງເສີມນໍ້າໃຈມິດຕະພາບ ແລະ ຄວາມສາມັກຄີ ລະຫວ່າງ ບັນດາຊາວໜຸ່ມອາຊຽນ ໂດຍຜ່ານເກມການ ແຂ່ງຂັນ ຖາມ-ຕອບ ຊຶ່ງເປັນການສົ່ງເສີມຄວາມຮັບຮູ້ ກ່ຽວກັບ ຄວາມເປັນມາ ແລະ ວິວັດທະນະການທາງດ້ານປະຫວັດສາດ, ສັງຄົມ, ວັດທະນະທຳ, ການເມືອງ ແລະ ເສດຖະກິດ ພາຍໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້. ການແຂ່ງຂັນປະກອບມີ ບັນດາຊາວໜຸ່ມຈາກ 10 ປະເທດອາຊຽນ, ປະເທດລະ 3 ທ່ານ ເຂົ້າຮ່ວມ ແລະ ຜົນການແຂ່ງຂັນດັ່ງກ່າວ ແມ່ນທີມນັກຮຽນຈາກ ສປປ ລາວ ເປັນຜູ້ຊະນະເລີດ ຄະແນນລວມ 415 ແລະ ນັກຮຽນຈາກ ປະເທດຟີລິບປິນ ຊະນະອັນດັບ 2 ຄະແນະລວມ 285 ແລະ ນັກຮຽນຈາກ ໄທ ຊະນະອັນດັບ 3 ຄະແນນ 270. ທີມນັກຮຽນລາວ ປະກອບມີ ນ. ສິຣິໂສພາ ສິດທິພອນ, ຈາກໂຮງຮຽນ ນິຣະດາ, ນະຄອນຫລວງວຽງຈັນ, ນ. ອັນຕິກາ ໄຊຢາພອນ, ຈາກໂຮງຮຽນ ມສ ປາກເຊ, ແຂວງຈຳປາສັກ ແລະ ທ. ຈັນຈະເລີນ ຣາຊະພົນ, ຈາກໂຮງຮຽນ ມສ ສະຫວັນນະເຂດ, ແຂວງສະຫວັນນະເຂດ. ການມອບລາງວັນຄັ້ງນີ້ ແມ່ນເພື່ອຊຸກຍູ້ຂະບວນຊາວໜຸ່ມເຍົາວະຊົນ ເພື່ອກຳໄດ້ຢ່າງເລິກເຊິ່ງຕໍ່ບົດບາດຂອງ ອາຊຽນ, ບົດບາດ ຂອງ ສປປ ລາວ ກໍຄື ຂະບວນການເຊື່ອມໂຍງພາກພື້ນ ແລະ ສາກົນ ແລະ ທັງເປັນການສຶບຕໍ່ສົ່ງເສີມປູກຈິດສຳນຶກ ແລະ ສ້າງຄວາມຮູ້ຄວາມເຂົ້າໃຈໃຫ້ແກ່ ຊາວໜຸ່ມ, ນັກຮຽນ-ນັກສຶກສາ, ປະຊາຊົນ ແລະ ພະນັກງານ ກ່ຽວກັບ ວຽກງານອາຊຽນ ໃຫ້ຫລາຍຂຶ້ນ. ນອກຈາກນີ້, ກໍເປັນການໂຄສະນາເຜີຍແຜ່ ກ່ຽວກັບ ການເຄື່ອນໄຫວວຽກງານອາຊຽນ ໃນໄລຍະ ທີ່ ສປປ ລາວ ເປັນປະທານໜູນວຽນ ອາຊຽນ ໃນປີ 2016 ນີິ້.
ທ່ານ ສົງການ ຫຼວງມຸນິນທອນ, ຫົວໜ້າກົມເສດຖະກິດ, ຫົວໜ້າເຈົ້າໜ້າທີ່ອາວຸໂສ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສຟີແລັກ ຄັ້ງທີ 17 (17th Forum for East Asia-Latin America Coorperation Senior Officials’ Meeting), ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 24-26 ສິງຫາ 2016, ທີ່ປະເທດ ກົວເຕີມາລາ, ມີບັນດາຄະນະຜູ້ແທນຈາກປະເທດສະມາຊິກ ຟີແລັກ ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຈຳນວນ 36 ປະເທດ ຈາກພາກພື້ນອາຊີຕາເວັນອອກ ແລະ ອາເມລິກາລາຕິນ.