ໃນວັນທີ 3 ພະຈິກ 2016, ສະຖານເອກອັກຄະລັດຖະທູດແຫ່ງສປປລາວ ປະຈໍາ ປະເທດມາເລເຊຍ ໄດ້ຈັດງານລ້ຽງສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ມາເລເຊຍ ຄົບຮອບ 50 ປີ ທີ່ໂຮງແຮມ ເດິຣິດ - ຄາເຕິນ, ນະຄອນຫຼວງ ກົວລາລໍາເປີ, ໂດຍມີ ທ່ານ ດາໂຕະ ດຣ. ອາຊ໌ຣາບ ວາດີ ບິນ ດາໂຕະ ດູຊຸກີ (Dato’ Dr. Asyraf Wajdi Bin Dato’ Dusuki), ສະມາຊິກວຸດທິສະພາ, ຮອງລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ຕາງໜ້າລັດຖະບານມາເລເຊຍ ເຂົ້າຮ່ວມເປັນແຂກກິຕິມະສັກ, ພ້ອມກັນນັ້ນ ຍັງມີເຈົ້າໜ້າທີ່ຂັ້ນສູງຈາກກະຊວງການຕ່າງປະເທດ, ບັນດາກະຊວງອົງການກ່ຽວຂ້ອງຂອງມາເລເຊຍ, ບັນດາທູດ ອາຊຽນ, ນັກທຸລະກິດທີ່ລົງທຶນຢູ່ລາວ, ບັນດາເພື່ອນມິດທີ່ມີການພົວພັນໃກ້ຊິດກັບສະຖານທູດ, ຕະຫຼອດທັງຄົນເຊື້ອຊາດລາວ ແລະ ນັກສຶກສາລາວຢູ່ມາເລເຊຍ ກໍໄດ້ເຂົ້າຮ່ວມ.
ຄະນະກໍາມາທິການລະຫວ່າງລັດຖະບານອາຊຽນວ່າດ້ວຍສິດທິມະນຸດ (ASEAN Intergovern-mental Commission on Human Rights ຫຼື AICHR) ໄດ້ຈັດກອງປະຊຸມຂຶ້ນ ລະຫວ່າງວັນທີ 27-28 ຕຸລາ 2016 ທີ່ ຮ່າໂນ້ຍ, ສສ ຫວຽດນາມ ພາຍໃຕ້ການເປັນປະທານຂອງທ່ານ ພູໂຂງ ສີສຸລາດ, ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ, ປະທານຄະນະກຳມາທິການລະຫວ່າງລັດຖະບານອາຊຽນວ່າດ້ວຍສິດທິມະນຸດ ໂດຍມີຜູ້ຕາງໜ້າຂອງປະເທດສະມາຊິກອາຊຽນ ແລະ ເຈົ້າໜ້າທີ່ກອງເລຂາອາຊຽນເຂົ້າຮ່ວມ.
ກອງປະຊຸມຄະນະກໍາມະການຊາຍແດນຮ່ວມ ລາວ-ຈີນ ຄັ້ງທີ 14 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 25-29 ຕຸລາ 2016 ທີ່ ນະຄອນເຊິນເຈິນ, ສປ.ຈີນ, ຊຶ່ງຄະນະຜູ້ແທນຝ່າຍລາວ ນຳໂດຍ ທ່ານ ແພງສະຫວັນ ແກ້ວປະເສີດ, ຫົວໜ້າຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ແຫ່ງ ສປປ.ລາວ, ຫົວໜ້າຄະນະກໍາມະການຊາຍແດນຮ່ວມ ລາວ-ຈີນ ແລະ ຝ່າຍຈີນ ນຳໂດຍ ທ່ານ ເຫີເຫວີຍ, ຮອງຫົວໜ້າກົມກິດຈະການຊາຍແດນ ແລະ ທະເລ, ກະຊວງການຕ່າງປະເທດ ແຫ່ງ ສປ.ຈີນ, ຫົວໜ້າຄະນະກໍາມະການຊາຍແດນຮ່ວມ ຈີນ-ລາວ ຝ່າຍຈີນ, ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງຂອງສູນກາງ ແລະ ແຂວງທີ່ມີຊາຍແດນຕິດຈອດກັບ ສປ ຈີນ.