ໃນວັນທີ 18 ພະຈິກ 2016, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາຣາຊະອານາຈັກ ກໍາປູເຈຍ ໄດ້ຈັດການແຂ່ງຂັນກິລາມິດຕະພາບ ກັບ ສະຖານເອກອັກຄະລັດຖະທູດ ສສ. ຫວຽດນາມ ປະຈໍາ ຣາຊະອານາຈັກ ກໍາປູເຈຍ ຢູ່ທີ່ສະຖານທູດລາວ ເພື່ອຂໍ່ານັບຮັບຕ້ອນວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 41 ປີ (2/12/1975 – 1/12/2016) ໂດຍມີ ພະນະທ່ານ ປຣະສິດ ໄຊຍະສິດ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກ ກໍາປູເຈຍ, ພະນະທ່ານ THACH DU, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ. ຫວຽດນາມ ປະຈໍາ ຣາຊະອານາຈັກ ກໍາປູເຈຍ ເປັນກຽດເຂົ້າຮ່ວມຊົມການແຂ່ງຂັນ ພ້ອມດ້ວຍພະນັກງານສະຖານທູດລາວ-ຫວຽດນາມ ແລະ ນັກສຶກສາລາວເຂົ້າຮ່ວມທັງໝົດ ຈໍານວນ 72 ຄົນ ໂດຍມີການແຂ່ງຂັນ 3 ປະເພດກິລາຄື: ກິລາຕີດອກປີກໄກ່, ກິລາເປຕັງ ແລະ ກິລາປິ່ງປ່ອງ ໂດຍມີການແຂ່ງຂັນຂອງທີມຍິງ, ທີມຊາຍ ແລະ ທິມປະສົມ ເພື່ອຊິງຂັນລາງວັນທີ 1 ແລະ ລາງວັນທີ 2 ໃນແຕ່ລະປະເພດກິລາ, ການຈັດການແຂ່ງຂັນກິລາດັ່ງກ່າວ ເພື່ອເປັນການຮັດແໜ້ນສາຍພົວພັນຮ່ວມມືມິດຕະພາບ ແລະ ຄວາມສາມັກຄີແບບພິເສດ ຂອງສອງຊາດລາວ-ຫວຽດນາມ ກໍຄືລະຫວ່າງສອງສະຖານທູດ. ການແຂ່ງຂັນແມ່ນໄດ້ດຳເນີນໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ແລະ ຄວາມສາມັກຄີອັນແໜ້ນແຟ້ນ. ພາຍຫຼັງສໍາເລັດການແຂ່ງຂັນ ກໍໄດ້ມີການມອບລາງວັນ ແລະ ຮ່ວມພາເຂົ້າສາມັກຄີ ພ້ອມທັງມ່ວນຊື່ນລໍາວົງສາມັກຄີຮ່ວມກັນ. ຄັ້ງຕໍ່ໄປ ສະຖານທູດຫວຽດນາມ ຈະເປັນເຈົ້າພາບຈັດການແຂ່ງຂັນດັ່ງກ່າວຂຶ້ນ.
ໃນວັນທີ 14-15 ພະຈິກ 2016, ກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ, ໄດ້ຈັດກອງປະຊຸມທາບທາມ ເພື່ອລະດົມຄວາມຄິດເຫັນໃສ່ຮ່າງກົດໝາຍ ວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນ ຂຶ້ນ ທີ່ຫ້ອງວ່າການແຂວງບໍລິຄຳໄຊ, ໂດຍມີ ທ່ານ ສົມຄິດ ວັນຄຳ, ຮອງຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ, ບັນດາຫົວໜ້າກົມ, ຮອງກົມ ໃນຄະນະຊີ້ນຳການສ້າງກົດໝາຍວ່າດ້ວຍສົນທິສັນຍາ, ຜູ້ຕາງໜ້າຈາກຫ້ອງວ່າການປົກຄອງແຂວງ, ພະແນກການຕ່າງປະເທດແຂວງ ແລະ ພະແນກການທີ່ກ່ຽວຂ້ອງ ຈາກແຂວງບໍລິຄຳໄຊ, ແຂວງ ໄຊສົມບູນ, ແຂວງ ວຽງຈັນ ແລະ ແຂວງຄຳມ່ວນ ເຂົ້າຮ່ວມ.
ວັນທີ 29 ຕຸລາ 2016, ທີ່ ສະຖານທູດລາວ ທີ່ ເຊອູນ, ໄດ້ຈັດພິທີປາຖະກະຖາເຜີຍແຜ່ເອກະສານການເມືຶອງ ເນື່ອງໃນວັນການທູດລາວ 12 ຕຸລາ ຄົບຮອບ 71 ປີ, ຜົນສຳເລັດຂອງ ສປປ ລາວ ໃນການເປັນເຈົ້າພາບຈັດກອງ ປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29, ແລະ ຜົນສຳເລັດຂອງການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ປະທານາທິບໍດີ ປັກກຶນເຮ ແຫ່ງ ສ.ເກົາຫລີ ໃນເດືອນກັນຍາ 2016 ຜ່ານມາ. ໃຫ້ກຽດຂຶ້ນເຜີຍແຜ່ໂດຍ ທ່ານເອກອັກຖະທູດ ຄຳສວຍ ແກ້ວດາລາວົງ ໂດຍມີພະນັກງານສະຖານທູດ ແລະ ນັກສຶກສາລາວ ເຂົ້າຮ່ວມຮັບຟັງປະມານ 80 ຄົນ.