ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ການສະຫລອງບຸນປີໃໝ່ລາວ ພສ 2559 ທີ່ ໂຕກຽວ

em japan cn1  em japan cn2

ໃນທາມກາງບັນຍາກາດທີ່ປວງຊົນລາວທັງຊາດ ພວມເບີກບານມວນຊື່ນ ສະເຫຼີມສະຫລອງ ປີໃໝ່ລາວ ພສ 2559, ສະຖານທູດລາວ ທີ່ໂຕກຽວ, ປະເທດຍີ່ປຸ່ນ, ກໍ່ບໍ່ໄດ້ປະຮີດໃຫ້ໝອງ ບໍ່ໄດ້ປະຄອງໃຫ້ເສົ້າ, ໄດ້ພ້ອມພາກັນຈັດງານສະຫລອງບຸນປີໃໝ່ລາວຂື້ນ ໃນວັນທີ 17 ເມສາ 2015 ຢູ່ໃນໃຈກາງນະຄອນຫລວງໂຕກຽວ, ເມືອງມີນາໂຕກຶ ເຊິ່ງເປັນບ່ອນທີ່ ທຸງຊາດລາວປີວສະບັດຢູ່ເທີງປາຍເສົາ, ໂດຍມີຜູ້ຄົນ 400 ກ່ວາຄົນ ຫລັ່ງໄຫລ່ເຂົ້າມາຮ່ວມງານຢ່າງຄັບຄາໜາແໜ້ນ ເຊິ່ງໃນນັ້ນ ມີທັງພີ່ນ້ອງຊາວລາວ ຢູ່ປະເທດຍີ່ປຸ່ນ, ນັກສຶກສາລາວ ແລະ ຊາວຍີ່ປຸ່ນ.

ອ່ານເພີ່ມເຕີມ... 

ທ່ານທູດ ສປປ ລາວ ຄົນໃໝ່ ໄດ້ຍື່ນສານຕາຕັ້ງ ຕໍ່ປະທານາທິບໍດີ ມົງໂກລີ

em mongolia yeaun1  em mongolia yeaun2

ໃນວັນທີ 15 ເມສາ 2016, ທ່ານ ສີອາລຸນກອນ ແສງອຸທອນ ໄດ້ເຂົ້າຢື່ນສານຕາຕັ້ງ ຕໍ່ພະນະທ່ານ Tsakhiagiin ELBERDORJ, ປະທານາທິບໍດີມົງໂກລີ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈໍາມົງໂກລີ, ​ເຊິ່ງພິທີການມອບສານຕາຕັ້ງແມ່ນໄດ້ຈັດຂຶ້ນທີ່ທໍານຽບແຫ່ງລັດຢ່າງສົມກຽດ. ພາຍຫລັງຍື່ນສານຕາຕັ້ງແລ້ວ ທ່ານເອກອັກຄະລັດຖະທູດ ໄດ້ພົບປະກັບ ທ່ານປະທານາທິບໍດີ ຂອງມົງໂກລີ, ​ເຊິ່ງທ່ານເອກອັກະລັດຖະທູດລາວ ກໍ່ໄດ້ສົ່ງຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຈາກ ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ ປະທານາທິບໍດີ Ts. Elberdorj, ​ແລະ ພະນະທ່ານປະທານາທິບໍດີ ຂອງມົງໂກລີ ກໍ່ໄດ້ສົ່ງຄວາມຢື້ຢາມຖາມຂ່າວ ແລະ ພອນໄຊ ອັນປະເສີດມາຍັງ ປະທານປະເທດເຮົາເຊັ່ນດຽວກັນ.

ອ່ານເພີ່ມເຕີມ... 

ພິທີສະເຫລີມສະຫລອງວັນສ້າງຕັ້ງ ອົງການໂກຍກາ ສ. ເກົາຫລີ ຄົບຮອບ 25 ປີ

KoreanE

 

ຕອນເຊົ້າວັນທີ 31 ມີນາ 2016, ທີ່ສຳນັກງານໃຫຍ່ອົງການຮ່ວມມືສາກົນ . ​ເກົາຫລີ ( KOICA ), ​ໄດ້ຈັດພິທີສະເຫລີມສະຫລອງວັນສ້າງຕັ້ງອົງການໂກຍກາ . ​ເກົາຫລີຄົບຮອບ 25 ປີ (01/04/1991-01/04/2016)​ ໂດຍມີ​​ປະທານອົງການໂກຍກາ ທ່ານ ກິມ ຢອງ ມົກ (Kim Young-mok) ທ່ານ ລີ ຢອງ ຊູ (Lee Yong–soo), ​ຫົວຫນ້າກົມຮ່ວມມືເພື່ອການພັດທະນາ, ກະຊວງການຕ່າງປະເທດ .​ເກົາຫລີ, ບັນດາທູຕານຸທູດຈາກປະເທດຄູ່ຮ່ວມພັດທະນາແລະ ພະນັກງານຈາກໂກຍກາຮວມທັງຫມົດເກືອບ 200 ຄົນ ເຂົ້າຮ່ວມ. ພ້ອມດຽວກັນນີ້, ພິທີ​ດັ່ງກ່າວກໍຍັງເປັນການເລີ່ເປີດການຈັດຕັ້ງປະຕິບັດ 17 ​ເປົ້າຫມາຍ ​ແຫ່ງການພັດທະນາແບບຍືນຍົງ (SDGs) ຂອງ ສປຊແລະ ທັງເປັນການເປີດງານວາງສະແດງເຄື່ອງສິນລະປະແລະ ວັດທະນະທຳຂອງ 3 ປະເທດຄູ່ຮ່ວມພັດທະນາຄື: ສປປ ລາວ, ການາແລະ ປະເທດ ປາຣາໄກວ. ງານວາງສະແດງດັ່ງກ່າວ ​​ແມ່ນເປັນການສົ່ງເສີມແນວຄວາມຄິດຂອງ .​ເກົາຫລີ ຕໍ່ກັບ​ 5 ​ແຜນການ ການພັດທະນາແບບຍືນຍົງ ທີ່ຈະເລີ່ມຈັດຕັ້ງປະຕິບັດປີ 2030 ຄື: ​ເພື່ອຊ່ວຍທາງດ້ານການສຶກສາຂອງເດັກນ້ອຍຜູ້ຍິງ; ການພັດທະນາເຂດຊົນນະບົດ; ການຕ້ານພະຍາດຕິດເຊື້ອ; ການປ່ຽນແປງຂອງດິນຟ້າອາກາດແລະ ການປັບປຸງຊີວິດການເປັນຢູ່ຂອງ​ປະຊາຊົນໂດຍຜ່ານວິທະຍາສາດແລະ ເຕັກໂນໂລຊີ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
488371
ມື້ນີ້168
ມື້ວານ150
ອາທິດນີ້733
ເດືອນນີ້1764