ໃນວັນທີ 19 ມີນາ 2016 ທີ່ຜ່ານມາ, ທີ່ສະຖານທູດລາວ ປະຈຳບາງກອກ, ຣາຊາອານາຈັກໄທ ໄດ້ຈັດການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ VIII ເຂດ 1 ນະຄອນຫລວງວຽງຈັນ ຂຶ້ນຢ່າງເປັນທາງການ ໂດຍເປັນກຽດເຂົ້າຮ່ວມ ຂອງ ທ່ານ ຫລີ ບຸນຄ້ຳ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ພ້ອມດ້ວຍພະນັກງານສະຖານທູດ ແລະ ຄອບຄົວ, ຕົວແທນບໍລິສັດການບິນລາວ, ນັກຮຽນ, ນັກສຶກສາລາວ ຈາກກຸ່ມ ມ.ຈຸລາລົງກອນ, ມ. ກະເສດ ແລະ ຄະນະປັບປຸງສະຖານະພາບແຮງງານລາວ ລວມທັງໝົດ 168 ທ່ານ ເປັນຍິງ 55 ທ່ານ.
ໃນວັນທີ 12 ມີນາ 2016 ທີ່ຜ່ານມາ, ທ່ານ ຫລີ ບຸນຄໍ້າ, ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ຣາຊະອານາຈັກໄທ, ໄດ້ໃຫ້ກຽດເຂົ້າຮ່ວມງານ ສືບສານປະເພນີວັດທະນະທໍາໄທພວນ ແລະ ທອດຜ້າປ່າສາມາຄີ ຄັ້ງທີ 58, ປະຈໍາປີ 2016, ຈັດຂຶ້ນທີ່ ວັດບູໂຮມ, ຕາແສງ ບຸໂຮມ, ເມືອງຊຽງຄາມ, ແຂວງ ເລີຍ, ຣາຊະອານາຈັກໄທ; ມີທ່ານ ວິໂຣດ ຈິລິລັງສັນ, ເຈົ້າແຂວງ ເລີຍ, ຜູ້ແທນຈາກເມືອງ ຊະນະຄາມ ສປປ ລາວ, ມີອໍານາດການປົກຄອງເມືອງ, ຕາແສງ, ບ້ານ, ຕະຫລອດຮອດພໍ່ແມ່ປະຊາຊົນຊາວ ຈັງຫວັດເລີຍ ແລະ ຊາວໄທພວນ ຈາກ 22 ຈັງຫວັດຂອງປະເທດໄທ ເຂົ້າຮ່ວມ 10.000 ກວ່າຄົນ.
ໃນວັນທີ 19 ມີນາ 2016 ທີ່ຜ່ານມາ, ທີ່ ສໍານັກງານສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາປະເທດຍີ່ປຸ່ນ ໄດ້ດໍາເນີນການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VIII, ເຂດ 1 ນະຄອນຫຼວງວຽງຈັນຂຶ້ນ.