ໃນວັນທີ 5 ມີນາ 2016, ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ນະຄອນຊຽງໄຮ້ ໄດ້ຈັດຕັ້ງພິທີເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ ທີ່ມະຫາວິທະຍາໄລຕົງຮົວ, ນະຄອນຊຽງໄຮ້. ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ເຜີຍແຜ່ຂອງ ສະຫາຍນາງ ສີສະໄໝ ຫຼວງຈັນດາວົງ, ເລຂາໜ່ວຍພັກຂອງສະຖານກົງສຸນໃຫຍ່, ກົງສຸນໃຫຍ່ ແລະພ້ອມນັ້ນມີບັນດາສະຫາຍສະມາຊິກພັກ, ພະນັກງານລັດຖະກອນພາຍໃນສະຖານກົງສຸນ ແລະ ນັກສຶກສາລາວ ນະຄອນຊຽງໄຮ້, ແຂວງເຈີຈຽງ, ຈຽງຊູ ແລະ ອານຮຸຍ ທັງຫມົດເຂົ້າຮ່ວມຈຳນວນ150 ຄົນ.
ໃນວັນທີ 19 ກຸມພາທີ່ຜ່ານມານີ້, ສະຖານເອກອັກຄະລັດຖະທູດແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ປະຈໍາຣາຊະອານາຈັກໄທ ທີ່ ບາງກອກ ໄດ້ຈັດຕັ້ງການເຜີຍແຜ່ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວໂດຍໃຫ້ກຽດເປັນປະທານຂອງ ທ່ານ ຫລີ ບຸນຄຳ້, ເອກອັກຄະລັດຖະທູດ, ມີຄະນະພັກ, ຄະນະນຳສະຖານທູດ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມຫລາຍກວ່າ 30 ທ່ານ.
ໃນວັນທີ 22 ກຸມພາ 2016, ທີ່ ກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາລີ ໄດ້ຈັດພິທີເຊັນສັນຍາວ່າດ້ວຍການສ້າງຂອບການຮ່ວມມືດ້ານການເງິນລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ຮົງກາລີ, ໂດຍ ທ່ານ ພູເຂົາ ພົມມະວົງສາ, ເອກອັກຄະລັດຖະທູດ/ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ, ທີ່ມີສໍານັກງານຕັ້ງຢູ່ ນະຄອນຫຼວງວຽນ, ປະເທດ ໂອຕຣິດ ແລະ ຝ່າຍຮົງກາລີ ແມ່ນ ທ່ານ ດຣ. ອີສວານ ມິໂກລາ ( Dr. István Mikola ), ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາລີ ເປັນຄູ່ຮ່ວມລົງນາມ. ໃນພິທີດັ່ງກ່າວຝ່າຍລາວຍັງມີ ທ່ານ ດຣ. ພວງປາຣິສັກ ປຣະວົງວຽງຄໍາ, ລັດຖະມົນຕີຊ່ວຍວ່າການກະຊວງກະສິກໍາ ແລະ ປ່າໄມ້ ແຫ່ງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ຈາກທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.