ນະຄອນຫຼວງວຽງຈັນ,25 ຕຸລາ 2018
ພະນະທ່ານ ອາເລັກຊານເດີ ວານ ແດ ແບເລນ
ປະທານາທິບໍດີແຫ່ງ ສາທາລະນະລັດ ໂອຕຼິດ
ທີ່ ນະຄອນຫຼວງວຽນ
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ໂອຕຣິດ, ໃນນາມປະຊາຊົນ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນ ອົບອຸ່ນ ແລະ ພອນໄຊອັນ ປະເສີດ ມາຍັງພະນະທ່ານ ແລະປະຊາຊົນແຫ່ງສາທາລະນະລັດໂອຕຣິດ ທຸກຖ້ວນໜ້າ.
ສະຫາຍ ຫງວຽນ ຟູ ຈ້ອງ ທີ່ນັບຖື,
ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ບັນດາເຜົ່າ ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄວາມຊົມເຊີຍຢ່າງສຸດໃຈ ແລະ ພອນໄຊອັນປະເສີດ ມາຍັງສະຫາຍ ກໍ່ຄືພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ໃນໂອກາດທີ່ສະຫາຍ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນກອງປະຊຸມສະໄໝສາມັນ ຄັ້ງທີ VI ຂອງສະພາແຫ່ງຊາດ ຊຸດທີ XIV ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນວັນທີ 23 ຕຸລາ 2018 ນີ້.
ນະຄອນຫຼວງວຽງຈັນ, ວັນທີ 10 ຕຸລາ 2018
ສົມເດັດພະຣາຊາ ເຟລິບເປ ທີ 6
ແຫ່ງ ຣາຊະອານາຈັກ ແອັດສະປາຍ
ທີ່ ມາດຣິດ