ສະຫາຍ ຣາອູນ ກາດສໂຕຼ ຣູດສ,
ເລຂາທິການທິໜຶ່ງຄະນະບໍລິຫານງານສູນກາງພັກຄອມມູນິດກູບາ
ປະທານສະພາແຫ່ງລັດແລະສະພາລັດຖະມົນຕີແຫ່ງສາທາລະນະລັດກູບາ
ສະຫາຍທີ່ຮັກແພງ,
ພວກຂ້າພະເຈົ້າມີຄວາມໂສກເສົ້າ ແລະ ເສຍໃຈເປັນຢ່າງຍິ່ງທີ່ຮັບຂ່າວວ່າລົມພະຍຸ ອຽກມາໄດ້ພັດເຂົ້າສູ່ປະເທດສະຫາຍເມື່ອບໍ່ດົນຜ່ານມານີ້ ແລະ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊີວິດຈຳນວນໜຶ່ງ ແລະ ຊັບສິນໃຫ້ລັດ ແລະ ປະຊາຊົນ ຢ່າງໝັກໜ່ວງ.
ທີ່ ນະຄອນຫຼວງວຽງຈັນ 11 ກັນຍາ 2017
ພະນະທ່ານ ເອັງຣີເກ ເປຍາ ເນຍໂຕ
ປະທານາທິບໍດີ ແຫ່ງ ແມັກຊິໂກ
ທີ່ ນະຄອນຫຼວງ ແມັກຊິໂກ
ພະນະທ່ານ,
ຂ້າພະເຈົ້າໄດ້ຊາບຂ່າວເສົ້າສະຫຼົດໃຈເປັນຢ່າງຍິງ ຕໍ່ເຫດການແຜນດິນໄຫວ ຢູ່ທາງພາກຕາເວັນອອກສ່ຽງໃຕ້ ຂອງ ແມັກຊິໂກ ອັນໄດ້ເຮັດໃຫ້ປະຊາຊົນ ແມັກຊິໂກ ເສຍຊີວິດຈໍານວນໜຶ່ງ ແລະ ຊັບສິນຖືກທໍາລາຍຢ່າງຫຼວງຫຼາຍ.
ເນື່ອງໃນໂອກາດ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ມົງໂກລີ ຄົບຮອບ 55 ປີ, ໃນນາມລັດຖະບານ, ປະຊາຊົນ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ, ຄະນະລັດຖະບານ ແລະ ປະຊາຊົນມົງໂກລີ ທຸກຖ້ວນໜ້າ.