ໃນຕອນເຊົ້າຂອງວັນທີ 11 ສິງຫາ 2017 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານ ແລະ ກ່າວເປີດໃນພິທີຊັກທຸງຊາດລາວ ແລະ ທຸງອາຊຽນຂຶ້ນເສົາ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄົບຮອບ 50 ປີແຫ່ງການສ້າງຕັ້ງອາຊຽນ ແລະ ວັນຄົບຮອບ 20 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ.
ໃຫ້ກຽດເຂົ້າຮ່ວມໃນພິທີຄັ້ງນີ້ມີ ບັນດາລັດຖະມົນຕີຮັບຜິດຊອບ 3 ເສົາຄໍ້າປະຊາຄົມອາຊຽນ ຄື: ລັດຖະມົນຕີກະຊວງການຕ່າງປະເທດ (ເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ), ລັດຖະມົນຕີກະຊວງອຸດສະຫະກໍາ ແລະ ການຄ້າ (ເສົາຄໍ້າປະຊາຄົມເສດຖະກິດອາຊຽນ) ແລະ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ເສົາຄໍ້າປະຊາຄົມວັດທະນະທໍາ-ສັງຄົມອາຊຽນ). ພ້ອມນີ້, ຍັງມີບັນດາເອກອັກຄະລັດຖະທູດ ຈາກປະເທດສະມາຊິກອາຊຽນ, ຄູ່ເຈລະຈາອາຊຽນ ແລະ ບັນດາຜູ້ຕາງໜ້າຈຸດປະສານງານອາຊຽນຂອງແຕ່ລະຂະແໜງການທີ່ກ່ຽວຂ້ອງຂອງ ສປປ ລາວ ເຂົ້າຮ່ວມ.
ໃນບົດກ່າວເປີດ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ກ່າວວ່າ ພິທີຊັກທຸງຊາດລາວ ແລະ ທຸງອາຊຽນຂຶ້ນເສົາ ແມ່ນໜຶ່ງໃນບັນດາກິດຈະກໍາເພື່ອເປັນການລະນຶກເຖິງວັນທີ່ມີຄວາມໝາຍຄວາມສໍາຄັນ ທາງດ້ານປະ ຫວັດສາດຂອງການສ້າງຕັ້ງອາຊຽນ ໃນປີ 1967 ແລະ ວັນເຂົ້າອາຊຽນຂອງ ສປປ ລາວ ໃນປີ 1997. ນອກນີ້, ທ່ານຍັງໄດ້ເນັ້ນຕື່ມອີກວ່າ ໃນໄລຍະ 50 ປີ ທີ່ຜ່ານມາ ອາຊຽນໄດ້ເຕີບໃຫຍ່ຂະຫຍາຍຕົວເທື່ອລະກ້າວ ກາຍເປັນອົງການຈັດຕັ້ງພາກພື້ນລະຫວ່າງລັດຖະບານທີ່ມີຜົນສໍາເລັດ, ເປັນທີ່ຮັບຮູ້ ແລະ ຍອມ ຮັບຂອງວົງຄະນະຍາດສາກົນ ແລະ ສໍາຄັນ, ອາຊຽນໄດ້ກາຍເປັນປະຊາຄົມອາຊຽນ ໃນທ້າຍປີ 2015. ສປປ ລາວ ກໍໄດ້ປະກອບສ່ວນຢ່າງຫ້າວຫັນ ໃນຂະບວນການສ້າງປະຊາຄົມອາຊຽນດັ່ງກ່າວ ໃນໄລຍະ 2 ທົດສະຫວັດທີ່ຜ່ານມາ ອັນໄດ້ນໍາຜົນປະໂຫຍດມາສູ່ ສປປ ລາວ ແລະ ອາຊຽນໂດຍລວມ.
ພິທີຊັກທຸງຊາດລາວ ແລະ ທຸງອາຊຽນ ຂຶ້ນເສົາ, ເຊິ່ງໄດ້ດໍາເນີນໄປໂດຍການບັນເລງເພງຊາດລາວ ແລະ ເພງອາຊຽນ (ASEAN Way) ໂດຍກອງດຸລິຍາງຂອງ ກອງທັບປະຊາຊົນລາວ, ເປັນໜຶ່ງໃນກິດຈະກໍາສະເຫຼີມສະຫຼອງ 2 ວັນສໍາຄັນ ທີ່ ສປປ ລາວ ຈະໄດ້ຈັດຂຶ້ນ ຕະຫຼອດປີ 2017.
ໃນຕອນເຊົ້າຂອງ ວັນທີ 10 ສິງຫາ 2017 ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຄະນະຊີ້ນໍາລະດັບ ຊາດ ເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ໄດ້ຈັດກອງປະຊຸມຄັ້ງປະຖົມມະລືກ ຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທັງເປັນປະທານຄະນະຊີ້ນໍາ ລະດັບຊາດ, ເຊິ່ງມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ ແລະ ຜູ້ຕາງໜ້າຈາກບັນດາກະຊວງ ແລະ ຂະແຫນງການ ທີ່ກ່ຽວຂ້ອງ ເຂົ້າຮ່ວມລວມທັງໝົດ 70 ກວ່າທ່ານ.
ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສືບຕໍ່ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ +3 ຄັ້ງທີ 18, ກອງປະຊຸມລັດຖະມົນຕີຕ່າງປະເທດຂອງກອງປະຊຸມສຸດຍອດອາຊີຕາເວັນອອກ (EAS) ຄັ້ງທີ 7 ແລະ ກອງປະຊຸມເວທີພາກພື້ນອາຊຽນ (ARF) ຄັ້ງທີ 24,ໃນວັນທີ 7 ສິງຫາ 2017, ທີ່ມະນິລາ, ຟີລິບປິນ, ໂດຍພາຍໃຕ້ການເປັນປະທານຂອງລັດຖະມົນຕີຕ່າງປະເທດຟີລິບປິນ.