ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງຄະນະນຳກະຊວງ

ພິທີເຊັນປຶ້ມໄຫວ້ອາໄລແກ່ ອາດີດປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ

sign germany

ໃນຕອນເຊົ້າຂອງວັນທີ 31 ສິງຫາ 2016, ​ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີ​​ກະຊວງການຕ່າງປະເທດແຫ່ງ ລາວ ໄດ້​​ເຂົ້າຮ່ວມພິທີເຊັນ​ປື້ມ​ໄຫວ້​ອາ​ໄລ​​ແກ່ດວງວິນຍານຂອງ ທ່ານ ວານເຕີ້ ແຊວ, ອະດີດປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ (1974-1979) ທີ່ເຖິງແກ່ມໍລະນະກຳ ໃນວັນທີ 24 ສິງຫາ 2016, ​ທີ່ ສະ​ຖານ​ທູດ​ ເຢຍລະມັນ ທີ່ ນະ​ຄອນຫຼວງ​ວຽງ​ຈັນ.

ອ່ານເພີ່ມເຕີມ... 

ຄະນະນຳກະຊວງການຕ່າງປະເທດ ເຊັນປືມໄຫ້ວອາໄລ ຕໍ່ອະດີດປະທານາທິບໍດີ ສິງກາໂປ

hamphao singapore

 

     ໃນຕອນບ່າຍ ຂອງ ວັນທີ 24 ສິງຫາ 2016, ພະນະທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຕາງໜ້າລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຂົ້າຮ່ວມພິທີ ແລະ ລົງນາມ ປຶ້ມໄວ້ອາໄລ ແກ່ ພະນະທ່ານ ເອສ ອາ ນາທານ (S.R Nathan), ອາດີດປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ. ພິທີເຊັນປື້ມໄຫ້ວອາໄລ ໄດ້ຈັດຂື້ນ ຢູ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສ. ສິງກະໂປ ທີ່ ນະຄອນຫຼວງວຽງຈັນ.

      ພະນະທ່ານ ເອສ ອາ ນາທານ ເກີດເມື່ອວັນທີ 3 ກໍລະກົດ 1924, ເປັນລັດຖະບູລຸດ ທີ່ແສນເຄົາລົບຮັກ ຂອງ ປະຊາຊົນສິງກະໂປ, ຊຶ່ງເຄີຍດຳລົງຕຳແໜ່ງເປັນປະທານາທິບໍດີຄົນທີ 6 ຂອງສິງກະໂປ ທີ່ດຳລົງຕຳແໜ່ງດົນທີ່ສຸດ ແຕ່ປີ 1999 ຫາປີ 2011. ນອກນັ້ນ, ຍັງເຄີຍດຳລົງຕຳແໜ່ງ ເປັນຂ້າຫຼວງໃຫ່ຍ ຂອງສິງກະໂປ ປະຈຳປະເທດມາເລເຊຍ, ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ. ສິງກະໂປ ປະຈຳ ສະຫະລັດອາເມລິກາ ແລະ ຕຳແໜ່ງອື່ນໆ ທີ່ສຳຄັນ ຂອງປະເທດ. ຕະຫຼອດໄລຍະການປະຕິບັດໜ້າທີ່ອັນມີກຽດ, ທ່ານ ໄດ້ປະກອບສ່ວນຢ່າງໃຫ່ຍຫຼວງ ໃນການພັດທະນາປະເທດສິງກະໂປ ໃຫ້ມີຄວາມຈະເລີນຮຸ່ງເຮືອງ ແລະ ສົ່ງເສີມຊີວິດການເປັນຢູ່ ຂອງປະຊາຊົນສິງກະໂປ ໃຫ້ດີຂື້ນ. ນອກນັ້ນ, ທ່ານ ຍັງໄດ້ອຸທິດເຫື່ອແຮງ ໃນການລະດົມທຶນຈາກແຫຼ່ງຕ່າງໆ ເພື່ອນຳໃຊ້ເຂົ້າໃນວຽກງານການກຸສົນ ເພື່ອຊ່ວຍເຫຼືອສັງຄົມ ໃຫ້ດີຂື້ນ ແລະ ໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນການສົ່ງເສີມ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ສ. ສິງກະໂປ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490502
ມື້ນີ້55
ມື້ວານ213
ອາທິດນີ້27
ເດືອນນີ້3895