ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ສະຖານທູດລາວ ປະຈຳ ສສ ຫວຽດນາມ ຈັດຕັ້ງປາຖະກະຖາ ວັນຊາດທີ 02 ທັນວາ ຄົບຮອບ 46 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 101 ປີ

 

vt1 vt2

 

ຕອນບ່າຍວັນທີ 25/11/2021, ສະຖານທູດລາວ ທີ່ ນະຄອນຫຼວງຮ່າໂນ້ຍ ໄດ້ຈັດຕັ້ງການປາຖະກະຖາເນື່ອງໃນໂອກາດວັນຊາດທີ 02 ທັນວາ ຄົບຮອບ 46 ປີ ແລະ ວັນຄ້າຍວັນເກີດປະທານໄກສອນ ພົມວິຫານຄົບຮອບ 101 ປີ ແລະ ເອກະສານສຳຄັນຈຳນວນໜຶ່ງ ໂດຍການໃຫ້ກຽດເຂົ້າຮ່ວມ​​ເປັນປະທານຂອງ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເລຂາຄະນະພັກຮາກຖານສະຖານທູດ, ​​ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ຊຶ່ງເຂົ້າຮ່ວມຮັບຟັງມີສະມາຊິກພັກ-ພະນັກງານສະຖານທູດ, ມີຫ້ອງການຜູ້ຕາງໜ້າ ປກສ ລາວ ປະຈຳ ສສ ຫວຽດນາມ, ຫ້ອງການຜູ້ຕາງໜ້າລັດວິສະຫະກິດການບິນລາວ ສາຂານະຄອນ ຫຼວງຮ່າໂນ້ຍ, ທັງໝົດຈຳນວນ 40 ສະຫາຍ.

ອ່ານເພີ່ມເຕີມ... 

ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະ ໄປຢ້ຽມຢາມ ແລະ ພົບປະເຮັດວຽກ ທີ່ແຂວງບັກນິງ

Seangphet visit CPN2

ວັນທີ 19 ພະຈິກ 2021, ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ຟາ​ມ ກວກ ຈິງ (PhạmQuốc Chính), ປະທານ​ສະພາ​ບໍລິຫານ, ທັງ​ເປັນຜູ້ອຳນວຍການໃຫຍ່ບໍລິສັດ​ຫຸ້ນ​ສ່ວນທໍ່ຢາງ​ຊຸບ​ເປີ​ເຈື່ອງ​ຟັດ,  ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະ​ໄດ້ໄປພົບປະເຮັດວຽກກັບ ບໍລິສັດ ​ແລະ ຢ້ຽມຢາມ​ໂຮງ​ງານທໍ່ຢາງຊຸບເປີ​ເຈືອງ​ຟັດຢູ່​ແຂວງ​ບັກ​ນິງ.

ອ່ານເພີ່ມເຕີມ... 

ພິທີເປີດ-ປິດຊຸດຝຶກອົບຮົມ ຫົວຂໍ້ “ ການຂຽນບົດຄົ້ນຄວ້າພາສາອັງກິດ ( Research Methodology )

IFA1

IFA2

ໃນຕອນເຊົ້າຂອງ ວັນທີ 22 ພະຈິກ2021,ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ຮ່ວມກັບ ສະຖາບັນລາວ-ອົດສະຕຣາລີ (Laos-AustraliaInstitute) ໄດ້ຈັດພິທີເປີດຝຶກອົບຮົມໃນຫົວຂໍ້ ການຂຽນບົດຄົ້ນຄວ້າ (Research Methodology)”ຢູ່ສະຖາບັນການຕ່າງປະເທດໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ທູດ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ ແລະ ທ່ານ MatthewBanks, ເລຂານຸການເອກຂອງສະຖານທູດອົດສະຕຣາລີ ປະຈໍາ ສປປ ລາວ, ຊຶ່ງມີຜູ້ຕາງໜ້າຈາກສະຖານທູດອົດສະຕາລີ, ສະຖາບັນລາວ-ອົດສະຕຣາລີ ແລະ ຜູ້ເຂົ້າຮ່ວມຝຶກອົບຮົມ ຈຳນວນ 20ທ່ານ, ຍິງ 11 ທ່ານ ທີ່ມາຈາກບັນດາກົມຕ່າງໆພາຍໃນກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486760
ມື້ນີ້153
ມື້ວານ161
ອາທິດນີ້422
ເດືອນນີ້153