ເພື່ອປະກອບສ່ວນໃນການໃຫ້ການຊ່ວຍເຫລືອຈໍາເປັນຮີບດ່ວນໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກສະພາບອາກາດຫນາວເຢັນ ຢູ່ບັນດາແຂວງຕ່າງໆ ຢູ່ ພາກເຫນືອ ຂອງ ສປປ ລາວ ໃນໄລຍະ 1 ອາທິດທີ່ຜ່ານມາ, ເຊິ່ງໄດ້ສ້າງຜົນກະທົບຕໍ່ຊີວິດການເປັນຢູ່, ການປູກຝັງ ແລະ ສັດລ້ຽງຂອງປະຊາຊົນ, ໃນວັນທີ 26 ມັງກອນ 2016 ທີ່ຜ່ານມາ, ໂດຍໄດ້ຮັບການຊີ້ນໍາ ຈາກຄະນະພັກ-ຄະນະນຳກະຊວງ, ສາມອົງການຈັດຕັ້ງມະຫາຊົນ ຂອງ ກະຊວງການຕ່າງປະເທດ ໄດ້ພ້ອມກັນປຸກ ລະດົມຂົນຂວາຍການປະກອບສ່ວນແບບຮີບດ່ວນເປັນວັດຖຸ ແລະ ປັດໃຈ ຈາກບັນດາພະນັກງານພາຍໃນກະຊວງການຕ່າງປະເທດ ແລະ ຈາກບັນດາສຳນັກງານການທູດ ລາວ ທີ່ ປະຈຳຢູ່ຕ່າງປະເທດ ເພື່ອນຳໄປຊ່ວຍເຫລືອຜູ້ໄດ້ຮັບຜົນກະທົບອາກາດຫນາວເຢັນຢູ່ແຂວງຫົວພັນ. ເຄື່ອງຊ່ວຍເຫລືອດັ່ງກ່າວປະກອບມີ ຜ້າຫົ່ມ, ເຄື່ອງຫນຸ່ງຫົ່ມກັນໜາວ, ອາຫານແຫ້ງ ແລະ ເຄື່ອງໃຊ້ທີ່ຈໍາເປັນຈຳນວນຫນຶ່ງ, ລວມມູນຄ່າຫລາຍກວ່າ 30 ລ້ານກີບ ໂດຍມອບຜ່ານມູນນິທິຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ ເພື່ອຊ່ວຍຂົນສົ່ງໂດຍບໍ່ຄິດຄ່າ ນຳໄປມອບຕໍ່ໃຫ້ແກ່ ຄະນະບໍລິຫານງານຊາວຫນຸ່ມແຂວງຫົວພັນ ເພື່ອນໍາໄປແຈກຢາຍໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ ຢູ່ແຂວງດັ່ງກ່າວໃນເບື້ອງຕົ້ນ. ເນື່ອງຈາກສະພາບອາກາດທີ່ປ່ຽນແປງຢ່າງກະທັນຫັນໃນຕົ້ນປີນີ້ ອາດຍັງສືບຕໍ່ສ້າງຜົນກະທົບໃຫ້ແກ່ປະຊາຊົນຢູ່ບັນດາແຂວງ ຂອງ ສປປ ລາວ, ສາມອົງການຈັດຕັ້ງມະຫາຊົນ ຂອງກະຊວງການຕ່າງປະເທດ ຍັງຈະສືບຕໍ່ລະດົມການຊ່ວຍເຫລືອ ເພື່ອນໍາໄປມອບຕໍ່ໃຫ້ແຂວງອື່ນໆທີ່ໄດ້ຮັບຜົນກະທົບຈາກໄພໜາວໃນຄັ້ງນີ້.
ໃນວັນທີ 18 ມັງກອນ 2016 ຢູ່ທີ່ ກະຊວງປ້ອງກັນປະເທດ, ຄະນະສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ນຳເອົາເຄື່ອງຊ່ວຍເຫຼືອ ລວມມີ ເງິນສົດຈຳນວນ 5 ລ້ານກີບ ແລະ ເຄື່ອງບໍລິໂພກຈຳນວນໜຶ່ງ ລວມມູນຄ່າທັງໝົດ 7 ລ້ານກີບ ມອບໃຫ້ແກ່ສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ເພື່ອນຳໄປຊ່ວຍເຫຼືອອ້າຍນ້ອງ, ນາຍ ແລະ ພົນທະຫານ ກະຊວງປ້ອງກັນປະເທດ ທີ່ກຳລັງປະຕິບັດໜ້າທີ່ຢູ່ຊົນນະບົດ, ເຂດທຸລະກັນດານ ແລະ ຫ່າງໄກສອກຫຼີກ ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 67 ປີ ໃນວັນທີ 20 ມັງກອນ ທີ່ຈະມາເຖິງນີ້.