ກອງປະຊຸມຖອດຖອນບົດຮຽນ ລະຫວ່າງ ຄະນະວິຊາການປະສົມສູນກາງ ແລະ ໜ່ວຍວິຊາການປະສົມແຂວງບໍລິຄໍາໄຊ ກ່ຽວກັບ ການຈັດຕັ້ງປະຕິບັດຂໍ້ຕົກລົງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ ວ່າດ້ວຍ ການແກ້ໄຂບັນຫາຜູ້ຍົກຍ້າຍຕັ້ງພູມລໍາເນົາຕາມລໍາພັງໃຈ ແລະ ສ້າງຄອບຄົວບໍ່ຖືກລະບຽບຢູ່ຕາມບໍລີເວນຊາຍແດນ ລາວ-ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 26 ເມສາ 2018, ທີ່ເມືອງປາກຊັນ, ແຂວງບໍລິຄໍາໄຊ ໂດຍການເປັນປະທານຮ່ວມຂອງ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນກະຊວງການຕ່າງປະເທດ ແລະ ທ່ານ ບຸນມາ ບຸຈະເລີນ, ຮອງເຈົ້າແຂວງ-ແຂວງບໍລິຄໍາໄຊ; ມີບັນດາຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງຂອງຄະນະວິຊາການປະສົມຈັດຕັ້ງປະຕິບັດຂໍ້ຕົກລົງ, ໜ່ວຍວິຊາການປະສົມຈັດຕັ້ງປະຕິບັດຂໍ້ຕົກລົງຂັ້ນແຂວງ, ເຈົ້າເມືອງ-ເມືອງຄໍາເກີດ, ເມືອງວຽງທອງ, ເມືອງບໍລິຄັນ ແລະ ພະແນກການຕ່າງໆທີ່ກ່ຽວຂ້ອງຈາກແຂວງ ເຂົ້າຮ່ວມກອງປະຊຸມຢ່າງພ້ອມພຽງ.
ໃນຕອນເຊົ້າຂອງວັນທີ 27 ເມສາ 2018, ເວລາ 10:00 ໂມງ, ທີ່ກະຊວງການຕ່າງປະເທດ, ພະນະທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການມາຢ້ຽມຢາມຂອງ ທ່ານ ທ່ານ ອີ. ໂອດເບເຢີ, ທູດພິເສດຂອງລັດຖະມົນຕີຕ່າງປະເທດມົງໂກລີ, ປະທານບໍລິຫານງານຂອງສູນຄົ້ນຄວ້າສາກົນຂອງບັນດາປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ,ສອງຝ່າຍໄດ້ຢ້ຳຄືນການພົວພັນການທູດ ແລະ ການຮ່ວມມືອັນເປັນມູນເຊື້ອລະຫວ່າງສອງປະເທດ ເຊິ່ງໄດ້ສະເຫຼີມສະຫຼອງສາຍພົວພັນການທູດຄົບຮອບ 55 ປີ ໃນປີ 2017 ທີ່ຜ່ານມາ. ໃນໂອກາດດັ່ງກ່າວທ່ານທູດພິເສດໄດ້ຖືໂອກາດເຊື້ອເຊີນຂອງທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີຕ່າງປະເທດ ເຂົ້າຮ່ວມການເປີດສູນຄົ້ນຄວ້າສາກົນຂອງບັນດາປະເທດກຳລັງພັດ ທະນາທີ່ບໍ່ມີຊາຍແດນຕິດກັບທະເລ ແລະ ການຢ້ຽມຢາມສອງຝ່າຍຢ່າງເປັນທາງການ, ທີ່ເມືອງຫຼວງອຸລາບາຕໍ, ປະເທດມົງໂກລີ, ໃນລະຫວ່າງວັນທີ 11-12 ມິຖຸນາ 2018.
ໃນວັນທີ 26 ເມສາ2018 ທີ່ ສິງກະໂປ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ32 ພາຍໃຕ້ການເປັນປະທານຂອງ ສິງກະໂປ.