ໃນຕອນເຊົ້າ ຂອງວັນທີ 26 ມີນາ 2022, ຢູ່ທີ່ຫ້ອງປະຊຸມ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ. ຣັດເຊຍ ໄດ້ຈັດພິທີປາຖະກະຖາເຜີຍແຜ່ບັນດາເອກະສານສຳຄັນຂອງພັກ-ລັດ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ (22/03/1955-22/03/2022 ) ແລະ ລະນຶກເຖິງ ວັນຄຽດແຄ້ນ ຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ວັນເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 76 ປີ ( 21/03/1946-21/03/2022 ). ເປັນກຽດເປັນປະທານ ແລະ ປາຖະກະຖາໂດຍ ສະຫາຍ ນາງ ວິລາວັນ ເຍ່ຍປໍເຮີ, ເລຂາຫນ່ວຍພັກ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ. ຣັດເຊຍ. ເຂົ້າຮ່ວມພິທີໃນຄັ້ງນີ້ມີ: ຄະນະຫນ່ວຍພັກ, ສະມາຊິກພັກ, ພະນັກງານຂອງສະຖານທູດ ແລະ ຕາງໜ້ານັກສຶກສາລາວ ຢູ່ທີ່ ນະຄອນຫຼວງມົດສະກູ, ສ. ຣັດເຊຍ ຈຳນວນໜຶ່ງ ລວມທັງໝົດຈຳນວນ 26 ສະຫາຍ ຍິງ 09 ສະຫາຍ.
ວັນທີ 31 ທັນວາ 2021, ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ທ່ານ ຈັນທະພອນ ຄຳມະນີຈັນ ທີ່ປຶກສາ, ຮອງຫົວໜ້າສຳນັກງານ ໄດ້ຕາງໜ້າຄະນະນຳ ສະຖານທູດ ຕ້ອນຮັບ ທ່ານ ຫງວຽນ ວັນ ໄມ (Nguyễn Văn May), ຮອງຫົວໜ້າພະແນກການຕ່າງປະເທດແຂວງເຊີນລາ ພ້ອມຄະນະ ທີນຳເງິນຊ່ວຍເຫຼືອ ຕ້ານໂຄວິດ, ເປັນເງິນສົດ ຈຳນວນ 300.000.000 ດົງ (ສາມຮ້ອຍລ້ານດົງ) ເພື່ອສົ່ງຕໍ່ ໃຫ້ແຂວງຫຼວງພະບາງ ໃນການປ້ອງກັນການລະບາດພະຍາດໂຄວິດ-19.
ໃນຕອນເຊົ້າຂອງວັນທີ່ 20 ທັນວາ 2021, ທ່ານ ແສງ ສຸຂະທິວົງ, ເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ຣາຊະອານາຈັກໄທ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງ ທ່ານ ນາງ ອິດເຊວ ກາລິນາ ເຈັນ ຈັນ (Itzel Karina Chen Chan) ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປານາມາ ປະຈໍາ ສປປ ລາວ ໂດຍມີສໍານັກງານຕັ້ງຢູ່ບາງກອກ, ປະເທດໄທ.
ທ່ານທູດ ແສງ ສຸຂະທິວົງ ໄດ້ກ່າວໃນນາມຕາງໜ້າຂອງພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະແດງຄວາມຍິນດີຕ້ອນຮັບ ທ່ານທູດປານາມາ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສະທາລະນະລັດ ປານາມາ ປະຈໍາ ສປປ ລາວ ໂດຍມີສໍານັກງານຕັ້ງຢູ່ ບາງກອກ-ຣາຊະອານາຈັກໄທ; ຊົມເຊີຍທ່ານນາງ ອິດເຊວ ກາລີນາ ເຈັນ ຈັນ ທີ່ໄດ້ໄຂສັກກະຫຼາດເປັນເອກອັກຄະລັດຖະທູດ ປານາມາ ຜູ້ທໍາອິດພາຍຫຼັງທີ່ສອງປະເທດ ລາວ ແລະ ປານາມາ ໄດ້ສ້າງສາຍພົວພັນການທູດນໍາກັນໃນວັນທີ່ 9 ກັນຍາ 2021; ຫວັງເປັນຢ່າງຍິ່ງວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ລາວ ແລະ ປານາມາ ຈະມີບາດກ້າວຂະຫຍາຍຕົວ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ທັງສອງປະເທດ ແລະ ປະຊາຊົນສອງຊາດສູງຂື້ນ. ຂໍຖືໂອກາດນີ້ ຝາກຄວາມຮັກແພງ ແລະ ການຢ້ຽມຢາມຖາມຂ່າວອັນອົບອຸ່ນຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ. ລາວ ແລະ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ເຖິງພະນະທ່ານ ປະທານນາທິບໍດີ ແຫ່ງ ສາທາລະນະລັດ ປະນາມາ ແລະ ພະນະທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ປານາມາ ດ້ວຍ. ພ້ອມນີ້ ກໍຂໍອວຍພອນໄຊອັນປະເສີດ ແກ່ ທ່ານ ເອກອັກຄະລັດຖະທູດ ປານາມາ ມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ ແລະ ປະສົບຜົນສໍາເລັດໃນພາລະໜ້າທີ່ອັນມີກຽດ ແລະ ສູງສົ່ງຂອງຕົນ ປະຈໍາ ສປປ. ລາວ.
ຫຼັງຈາກການຍື່ນສານຕາຕັ້ງ ແລະ ການພົບປະສອງຝ່າຍ, ທ່ານທູດ ແສງ ສຸຂະທິວົງ ແລະ ທ່ານທູດ ປານາມາ ໄດ້ເຂົ້າຮ່ວມພິທີຍົກຈອກດື່ມຊໍາເປັນ ເພື່ອສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການຍື່ນສານຕາຕັ້ງ ຂອງທ່ານ ແລະ ເພື່ອສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ລາວ ແລະ ປານາມາ ດ້ວຍບັນຍາກາດອັນອົບອຸ່ນ ແລະ ມິດໄມຕີອັນດີຕໍ່ກັນ ແລະ ກັນ