ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ລາວ-ໂຄລົມເບຍ ລົງນາມບົດບັນທຶກຄວາມເຂົ້າໃຈດ້ານການເມືອງ

COLOMBIA 2

COLOMBIA 1

ໃນວັນທີ່ 24 ທັນວາ 2021, ທີ່ສະຖານເອກອັກຄະລັດຖະທູດແຫ່ງສປປ. ລາວປະຈຳຣາຊະອານາຈັກໄທໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການປຶກສາຫາລືທາງການເມືອງລະຫວ່າງກະຊວງການຕ່າງປະເທດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວແລະກະຊວງການຕ່າງປະເທດແຫ່ງສາທາລະນະລັດໂຄລົມເບຍ.

ໃນພິທີລົງນາມດັ່ງກ່າວ, ຕາງໜ້າໃຫ້ກະຊວງການຕ່າງປະເທດສປປ. ລາວແມ່ນທ່ານແສງສຸຂະທິວົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສປປ. ລາວປະຈຳຣາຊະອານາຈັກໄທແລະຕາງໜ້າໃຫ້ກະຊວງການຕ່າງປະເທດໂຄລົມເບຍແມ່ນທ່ານນາງແອນນາມາເຣຍເປຣຍໂຕອາແບດ (Ana Maria Prieto Abad), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງໂຄລົມເບຍປະຈໍາສປປ. ລາວທີ່ມີສໍານັກງານຕັ້ງຢູ່ບາງກອກ, ຣາຊະອານາຈັກໄທ.

 

ສາທາລະນະລັດປະຊາທິປະໄຕປະຊາຊົນລາວແລະສາທາລະນະລັດໂຄລົມເບຍມີການພົວພັນແລະຮ່ວມມືກັນໃນລະດັບດີນັບແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນວັນທີ 30 ກັນຍາ 1988. ຜ່ານມາໂຄລົມເບຍກໍໄດ້ໃຫ້ຄວາມຊ່ວຍເຫຼືອສປປ. ລາວດ້ານການພັດທະນາຊັບພະຍາກອນມະນຸດໂດຍໄດ້ໃຫ້ທຶນຝຶກອົບຮົມດ້ານພາສາແອັດສະປາໂຍນໄລຍະສັ້ນໃຫ້ແກ່ພະນັກງານກະຊວງການຕ່າງປະເທດລາວແລະນັກສຶກສາພາກວິຊາພາສາແອັດສະປາໂຍນຂອງມະຫາວິທະຍາໄລແຫ່ງຊາດຜ່ານຂອບເວທີການຮ່ວມມືລະຫວ່າງພາກພື້ນອາຊີຕາເວັນອອກແລະອາເມລິກາລາຕິນ (FEALAC). ໃນປີ 2019 ກະຊວງການຕ່າງປະເທດສປປ. ລາວໄດ້ຮັບເອົາອາຈານອາສາສະໝັກສອນພາສາແອັດສະປາໂຍນຂອງໂຄລົມເບຍມາສອນຢູ່ລາວເປັນຄັ້ງທໍາອິດໂດຍແມ່ນສະຖາບັນການຕ່າງປະເທດເປັນຜູ້ຈັດຕັ້ງປະຕິບັດ.

 

 

     ການຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈກ່ຽວກັບການປຶກສາຫາລືທາງດ້ານການເມືອງລະຫວ່າງສອງກະຊວງການຕ່າງປະເທດລາວແລະໂຄລົມເບຍຈະເປັນກົນໄກສໍາຄັນໃຫ້ແກ່ການປຶກສາຫາລືແລະແລກປ່ຽນສະພາບການຕ່າງໆເພື່ອສົ່ງເສີມການພົວພັນຮ່ວມມືແລະການສະໜັບສະໜູນຊຶ່ງກັນແລະກັນໃນເວທີພາກພື້ນແລະສາກົນເພື່ອຜົນປະໂຫຍດຂອງທັງສອງຝ່າຍລາວແລະໂຄລົມເບຍໃນອານາຄົດ.

ນັກຂ່າວໄທຊອ່ງ NBT ມາຂໍໂທດຕໍ່ປະຊາຊົນລາວ

thai  1

thai  3

thai  4

        ຕອນບ່າຍເວລາ 15:00 ໂມງ ຂອງວັນທີ່ 27 ທັນວາ 2021, ທ່ານ ພົນໂທ ສັນເສີນ ແກ້ວກໍາເນີດ, ຫົວໜ້າກົມປະຊາສໍາພັນ ພ້ອມດ້ວຍຄະນະ 6 ທ່ານ ໄດ້ເຂົ້າພົບທ່ານ ແສງ ສຸຂະທິວົງ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ຣາຊະອານາຈັກໄທ ທີ່ສະຖານທູດລາວ ເພື່ອມາຂໍໂທດກ່ຽວກັບການສະເໜີຂ່າວລົດໄຟຄວາມໄວສຸງ ລາວ-ຈີນ ຊຶ່ງສື່ຂອງສະຖານີວິທະຍຸ ໂທລະພາບ ແຫ່ງປະເທດໄທ (NBT) ໄດ້ອອກຂ່າວທີ່ຂາດຂໍ້ມູນຄວາມຈິງໃນວັນທີ່ 6 ທັນວາ 2021 ທີ່ຜ່ານມາໃນລາຍການ ຟັງຊັດໆ ຖະໜອມຈັດໃຫ້ ຂອງທ້າວ ຖະໜອມ ອ່ອນເກດພົນ ໄດ້ນໍາສະເໜີຂ່າວທີ່ບໍ່ມີມູນຄວາມຈິງ ເຮັດໃຫ້ເຂົ້າໃຈວ່າ ລັດຖະບານລາວບໍ່ສາມາດໄຊ້ໜີ້ຈີນໄດ້ ຈາກການກູ້ຢືມເງີນມາລົງທຶນສ້າງທາງລົດໄຟອັນມະຫາສານ ແລະ ຍັງດູໝິ່ນຄົນລາວວ່າບໍ່ສາມາດຂີ່ລົດໄຟໄດ້ຍ້ອນປີ້ລົດໄຟແພງກວ່າລາຍຮັບຂອງພົນລະເມືອງລາວ.

          ໃນການເຂົ້າພົບເພື່ອຂໍໂທດ, ທ່ານ ພົນໂທ ສັນເສີນ ແກ້ວກໍາເນີດ ໄດ້ກ່າວສະແດງຄວາມເສຍໃຈຕໍ່ຄວາມຜິດພາດໃນການອອກຂ່າວຄັ້ງນີ້, ເຊິ່ງເພີ່ນເອງໃນນາມຜູ້ບັງຄັບບັນຊາໂດຍກົງຂອງໂທລະພາບຊ່ອງ NBT ໄດ້ຂໍໂທດທ່ານທູດ ແລະ ປະຊາຊົນລາວ ແລະ ຍອມຮັບວ່າເຄີຍເກີດມີຄວາມຜິດພາດໃນການສະເໜີມາແລ້ວເທື່ອໜຶ່ງ, ໂດຍຕອນນັ້ນໄດ້ມີຈົດໝາຍຂໍໂທດເປັນທາງການວ່າຈະບໍ່ໃຫ້ມີເຫດການເກີດຂື້ນອີກ ແຕ່ມາເທື່ອນີ້ໂທລະພາບ NBT ກໍໄດ້ສະເໜີຂ່າວຜິດພາດອີກຄັ້ງໜຶ່ງ. ສະນັ້ນຄັ້ງນີ້ຈຶ່ງໄດ້ນໍາພາຄະນະຜູ້ບໍລິຫານ ແລະ ນັກຂ່າວມາຂໍໂທດທີ່ສະຖານທູດໂດຍກົງ ເພື່ອສະແດງຄວາມຈິງໃຈ ແລະ ສໍານຶກໃນຄວາມຜິດທີ່ເກີດຂື້ນ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮັບການອະໄພຈາກປະຊາຊົນລາວ ພ້ອມທັງຮັບປາກຢ່າງໜັກແໜ້ນວ່າ ຈະບໍ່ໃຫ້ເຫດການລັກຊະນະນີ້ເກີດຂື້ນອີກ. ພ້ອມດຽວກັນນີ້, ທ່ານພົນໂທ ສັນເສີນ ໄດ້ໃຫ້ທ້າວ ຖະໜອມ, ນັກຂ່າວຊ່ອງ NBT ກ່າວຄໍາຂໍໂທດດ້ວຍຕົນເອງຕໍ່ທ່ານທູດ ແລະ ປະຊາຊົນລາວ ແລະ ຜູ້ກ່ຽວໄດ້ເອົາພວງມະໄລກາບຂໍໂທດໂດຍກົງຕໍ່ທ່ານທູດ ແລະ ປະຊາຊົນລາວທັງຊາດ ແລະ ຫວັງວ່າປະຊາຊົນລາວຈະໃຫ້ອະໄພຕົນຕໍ່ຄວາມຜິດພາດໃນຄັ້ງນີ້.

          ຫຼັງຈາກນັ້ນ, ທ່ານທູດ ແສງ ໄດ້ຮັບຊາບຄໍາຂໍໂທດດັ່ງກ່າວ ໂດຍຈະນໍາເອົາການຂໍໂທດຄັ້ງນີ້ ແຈ້ງໃຫ້ປະຊາຊົນຮັບຊາບ, ເຊິ່ງທ່ານທູດເຊື່ອໝັ້ນວ່າປະຊາຊົນລາວຜູ້ມີຈິດໃຈໂອບເອື້ອອາລີ ຈະໃຫ້ອະໄພໃນຄວາມຜິດພາດຄັ້ງນີ້ ແລະ ສະແດງຄວາມຫວັງວ່າຈະບໍ່ເກີດຄວາມຜິດພາດໃນລັກຊະນະນີ້ເກີດຂື້ນອີກ. ໃນໂອກາດນີ້ ທ່ານທູດ ໄດ້ເໜັ້ນໃຫ້ເຫັນເຖິງຄວາມສໍາພັນ ລາວ-ໄທ ທີ່ເປັນເພື່ອນບ້ານໃກ້ຄຽງ ທີ່ມີຮີດຄອງປະເພນີ, ວັດທະນະທໍາ ແລະ ພາສາປາກເວົ້າ ທີ່ຄ້າຍຄືກັນ. ພ້ອມນີ້ ທ່ານທູດຍັງໄດ້ກ່າວຕື່ມວ່າ ຕໍ່ໜ້າຫາກມີບັນຫາບໍ່ເຂົ້າໃຈ ຫຼື ຕ້ອງການຂໍ້ມູນລະອຽດ ກໍຂໍໃຫ້ຕິດຕໍ່ປະສານມາຍັງສະຖານທູດເພື່ອຂໍຂໍ້ມຸນຂ່າວສານທີ່ຖຶກຕ້ອງຕາມຄວາມເປັນຈິງ ເພື່ອສະເໜີຂ່າວທີ່ເຮັດໃຫ້ສັງຄົມຮັບຮູ້ ແລະ ມີຄວາມເຂົ້າໃຈທີ່ຖຶກຕ້ອງ.

          ທ່ານທູດ ຍັງໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງໂຄງການລົດໄຟຄວາມໄວສູງ ລາວ-ຈີນ ທີ່ເປັນເສັ້ນທາງປະຫວັດສາດ ແລະ ແມ່ນເສັ້ນທາງທໍາອິດສໍາລັບປະຊາຊົນລາວ. ປະຊາຊົນລາວ ມີຄວາມພາກພູມໃຈໃນການເປີດການນໍາໃຊ້ລົດໄຟຄວາມໄວສູງດັ່ງກ່າວ, ເຊິ່ງໂຄງການນີ້ ແມ່ນເພື່ອຜົນປະໂຫຍດຂອງປະຊາຊົນລາວ, ປະຊາຊົນປະເທດເພື່ອນບ້ານ, ປະເທດອາຊຽນ ແລະ ພາກພື້ນໃນອານາຄົດ.

          ສຸດທ້າຍນີ້, ທ່ານທູດ ໄດ້ເໜັ້ນຄືນຈຸດຢືນຂອງລັດຖະບານ ສປປ. ລາວ ຍາມໃດ ກໍພະຍາຍາມເສີມຂະຫຍາຍ ສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີນໍາກັນຂອງສອງປະເທດ ໃຫ້ນັບມື້ຈະເລີນກ້າວໜ້າ, ເຊິ່ງຕົນເອງໃນນາມທູດ ຈະທຸ້ມເທເຫື່ອແຮງສືບຕໍ່ຊຸກຍູ້ການພົວພັນ ແລະ ການຮ່ວມມືຂອງສອງປະເທດ ໃຫ້ຈະເລີນງອກງາມຍິ່ງໆຂື້ນ.

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າຫນ້າທີ່ອາວຸໂສຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ແລະ ກອງປະຊຸມເວທີສໍາມະນາເປົ້າຫມາຍການພັດທະນາແບບຍືນຍົງແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 1

 

EC2EC1

 

ໃນຕອນເຊົ້າຂອງວັນທີ 20 ທັນວາ 2021, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ຫົວຫນ້າກົມເສດຖະກິດ, ຫົວຫນ້າເຈົ້າຫນ້າທີ່ອາວຸໂສຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ໄດ້ນຳພາຄະນະຜູ້ແທນ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມເຈົ້າຫນ້າທີ່ອາວຸໂສຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ (ໃນຮູບແບບກອງປະຊຸມທາງໄກ), ພາຍໃຕ້ການເປັນປະທານຂອງ ທ່ານ ກາໂນະ ທາເກຮີໂຣະ, ຜູ້ຊ່ວຍລັດຖະມົນຕີ, ຫົວໜ້າກົມອາຊີຕາເວັນອອກສຽງໃຕ້ ແລະ ຕາເວັນຕົກສຽງໃຕ້. ຈຸດປະສົງຂອງກອງປະຊຸມແມ່ນເພື່ອປຶກສາຫາລືທົບທວນຄືນຄວາມຄືບຫນ້າຂອງການຮ່ວມມືໃນໄລຍະຜ່ານມາ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດບັນດາໂຄງການ ແລະ ແຜນງານ ພາຍໃຕ້ຍຸດທະສາດໂຕກຽວ 2018 (Tokyo Strategy 2018) ແລະ ແຜນການຮ່ວມມືໃນຕໍ່ໜ້າ ເຊິ່ງຈະໄດ້ມີການປັບປຸງຍຸດທະສາດໂຕກຽວສະບັບໃຫມ່ ແລະ ການກະກຽມໃຫ້ແກ່ການເຂົ້າຮ່ວມກອງປະຊຸມສຸດຍອດແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13 ທີ່ມີແຜນຈະຈັດຂື້ນໃນປີ 2022, ທີ່ ປະເທດຍີ່ປຸ່ນ. ກອງປະຊຸມຄັ້ງນີ້ ສປປ ລາວ ໄດ້ສະເໜີໃຫ້ບັນດາປະເທດສະມາຊິກແມ່ນໍ້າຂອງ ແລະ ຍີ່ປຸ່ນ ເພີ່ມທະວີການຮ່ວມມື ໂດຍສຸມໃສ່ການຟື້ນຟູເສດຖະກິດພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ 19, ການແລກປ່ຽນຂໍ້ມູນຂ່າວສານໂດຍສະເພາະໃນຂະແໜງສາທາລະນະສຸກ, ການສົ່ງເສີມການນໍາໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳເຂົ້າໃນຂົງເຂດເສດຖະກິດ ເພື່ອສົ່ງເສີມບັນດາຫົວໜ່ວຍທຸລະກິດ ທັງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະຫນາດກາງໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນ. ພ້ອມດຽວກັນນັ້ນ, ໃນວັນດຽວກັນ ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ກໍ່ໄດ້ເຂົ້າຮ່ວມພິທີເປີດກອງປະຊຸມເວທີສໍາມະນາເປົ້າຫມາຍການພັດທະນາແບບຍືນຍົງແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 1 (The First Mekong-Japan SDGs Forum), ຈຸດປະສົງແມ່ນເພື່ອສຸມໃສ່ດຳເນີນການຈັດຕັ້ງປະຕິບັດຂໍ້ລິເລີ່ມເປົ້າຫມາຍການພັດທະນາແບບຍືນຍົງ (SDGsInitiative) ຮອດປີ 2030 ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ເພື່ອວາງແຜນກ້າວໄປສູ່ການພັດທະນາສີຂຽວໃນພາກພື້ນແມ່ນໍ້າຂອງໃນອະນາຄົດ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486737
ມື້ນີ້130
ມື້ວານ161
ອາທິດນີ້399
ເດືອນນີ້130