ໃນວັນທີ 02 ທັນວາ 2021, ເວລາ 09:00 ໂມງ ຢູ່ທີ່ຫ້ອງປະຊຸມ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ.ຣັດເຊຍ ໄດ້ຈັດປາຖະກະຖາ ວັນຊາດທີ 02 ທັນວາ ຄົບຮອບ 46 ປີ ( 02 ທັນວາ 1975-02 ທັນວາ 2021), ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 101 ປີ (13 ທັນວາ 1920-13 ທັນວາ 2021) ແລະ ເຜີຍແຜ່ຜົນສໍາເລັດການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ, ເຊິ່ງໃຫ້ກຽດເປັນປະທານ ໂດຍ ສະຫາຍ ນາງ ວິລາວັນ ເຍ່ຍປໍເຮີ, ເລຂາຫນ່ວຍພັກ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ.ຣັດເຊຍ. ເຂົ້າຮ່ວມພິທີໃນຄັ້ງນີ້ມີ: ຄະນະໜ່ວຍພັກ, ສະມາຊິກພັກ, ພະນັກງານຂອງສະຖານທູດ ແລະ ນັກສຶກສາລາວທີ່ຮຽນຢູ່ ສ.ຣັດເຊຍ ລວມທັງໝົດຈຳນວນ 16 ສະຫາຍ ຍິງ 4 ສະຫາຍເຂົ້າຮ່ວມ.
ໃນຕອນເຊົ້າຂອງວັນທີ 30 ພະຈິກ 2021, ສປປ ລາວ ໃນຖານະເປັນປະເທດປະສານງານ ສຳລັບ ພາກພື້ນອາຊີຕາເວັນອອກ ຂອງເວທີປຶກສາຫາລືຂອບການຮ່ວມມື ອາຊີຕາເວັນອອກ ແລະ ອາເມລິກາລາຕິນ (Forum for East Asia and Latin America Cooperation ຫຼື FEALAC) ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສ ເວທີປຶກສາຫາລືຂອບການຮ່ວມມື ລະຫວ່າງ ພາກພື້ນອາຊີຕາເວັນອອກ ແລະ ອາເມລິກາລາຕິນ ຄັ້ງທີ 21 (The 21st FEALAC SOM) ດ້ວຍຮູບແບບວິດີໂອທາງໄກ.
ວັນທີ 25 ພະຈິກ 2021 ທີ່ກະຊວງຄົມມະນາຄົມຂົນສົ່ງຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສຫວຽດນາມ ພ້ອມຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ແລະ ພົບປະ ສະຫາຍ ຫງວຽນ ວັນ ເຖ (Nguyễn Văn Thể), ກຳມະການສູນກາງພັກ, ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງຫວຽດນາມ.