ໃນວັນທີ 14 ມີນາ 2020, ໜ່ວຍພັກສະຖານເອກອັກຄະລັດຖະທູດລາວປະຈໍາຣາຊະອານາຈັກກຳປູເຈຍ, ທີ່ ພະນົມເປັນ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກຂື້ນໃນທ່າມກາງທີ່ທົ່ວພັກ-ລັດ ແລະ ທົ່ວປວງຊົນ ຕັ້ງໜ້າສ້າງຜົນງານເພື່ອຂໍ່ານັບຮັບຕ້ອນ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 65 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ ແລະ ວັນການທູດລາວຄົບຮອບ 75 ປີ ພາຍໃຕ້ການເປັນປະທານຂອງສະຫາຍ ອໍາໄພ ກິນດາວົງ, ເລຂາໜ່ວຍພັກ. ເປັນກຽດເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້ໂດຍສະຫາຍ ບົວພັດ ພຸດທະວົງ, ກຳມະການຄະນະພັກກະຊວງ ທັງເປັນຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຕາງໜ້າໃຫ້ຄະນະພັກກະຊວງການຕ່າງປະເທດ ແລະ ຄະນະຕິດຕາມຈໍານວນໜຶ່ງ, ພ້ອມດຽວກັນນີ້ ກໍ່ມີຕາງໜ້າໜ່ວຍພັກກົງສູນໃຫຍ່ ແຫ່ງ ສປປ ລາວ ທີ່ ຊຽງແຕງ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກພັກທີ່ຂື້ນກັບໜ່ວຍພັກສະຖານທູດລາວທີ່ພະນົມເປັນຈໍານວນ 24 ສະຫາຍ, ໃນນັ້ນມີຍິງ 04 ສະຫາຍ, ຊຶ່ງມາຈາກສີ່ພາກສ່ວນຄື: ສະຖານທູດ, ຕາງໜ້າບໍລິສັດວິສາຫະກິດການບິນລາວສາຂາພະນົມເປັນ, ນັກສຶກສາປ້ອງກັນຊາດ ແລະ ນັກສຶກສາພົນລະເຮືອນ.
ໃນຕອນເຊົ້າຂອງວັນທີ 13 ມີນາ 2020 ຜ່ານມາ, ທີ່ ຫ້ອງປະຊຸມກະຊວງການຕ່າງປະເທດ, ກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກຫ້ອງການ ກະຊວງການຕ່າງປະເທດ ໄດ້ໄຂຂຶ້ນຢ່າງເປັນທາງການ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ມີສະຫາຍເລຂາໜ່ວຍພັກຫ້ອງການ, ບັນດາສະຫາຍເລຂາ, ຮອງເລຂາ ແລະ ຕາງໜ້າໜ່ວຍພັກອ້ອມຂ້າງກະຊວງການຕ່າງປະເທດ ທີ່ເປັນແຂກຖືກເຊີນ, ສະມາຊິກພັກສົມບູນ, ສະມາຊິກພັກສຳຮອງ ແລະ 3 ອົງການຈັດຕັ້ງມະຫາຊົນ ຂອງຫ້ອງການກະຊວງການຕ່າງປະເທດ ເຂົ້າຮ່ວມລວມທັງໝົດ 60 ສະຫາຍ.
ວັນທີ 05 ມີນາ 2020, ທີ່ ສຳນັກງານສູນກາງພັກກອມມູນິດຫວຽດນາມ, ສະຫາຍ ຫວໍວັນເທື່ອງ, ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ ລາວ ເນື່ອງໃນໂອກາດມາຮັບໜ້າທີ່ໃໝ່ຢູ່ ສສ ຫວຽດນາມ.