ໃນວັນທີ 15 ພຶດສະພາ 2020, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກ ກໍາປູເຈຍ ທີ່ມີສໍານັກງານຕັ້ງຢູ່ ນະຄອນຫຼວງພະນົມເປັນ ຮ່ວມກັບສະຖານກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈໍາຢູ່ແຂວງຊຽງແຕງ, ຣາຊະອານາຈັກ ກໍາປູເຈຍ ໄດ້ຈັດພິທີເຊັນປື້ມໄຫວ້ອາໄລເຖິງດວງວິນຍານຂອງ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ, ອາດີດສະມາຊິກພັກຄອມມຸຍນິດອິນດູຈີນ, ອາດີດກໍາມະການກົມການເມືອງສູນກາງພັກປະຊາຊົນ ປະຕິວັດລາວ, ອາດິດຮອງປະທານປະເທດ ແລະ ອາດີດນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ໄດ້ເສຍຊີວິດ ໃນວັນທີ 12 ພຶດສະພາ 2020, ລວມອາຍຸໄດ້ 92 ປີ, ໂດຍການເຂົ້າຮ່ວມໃນພິທີດັ່ງກ່າວມີ ທ່ານ ອໍາໄພ ກິນດາວົງ, ເອກອັກຄະລັດຖະທູດ ແລະ ຫ້ອງການທີ່ປຶກສາທູດຝ່າຍປ້ອງກັນຊາດ ແຫ່ງ ສປປ ລາວ ປະຈໍາຣາຊະອານາຈັກ ກໍາປູເຈຍ ແລະ ທ່ານ ຄົມສອນ ຂຸນປະເສີດ, ກົງສູນໃຫຍ່ ພ້ອມດ້ວຍຄະນະເຂົ້າຮ່ວມຢ່າງພ້ອມພຽງ. ພ້ອມດຽວກັນນີ້, ທ່ານເອກອັກຄະລັດຖະທູດ ແລະ ທ່ານກົງສູນໃຫຍ່ ກໍ່ໄດ້ເຊັນປື້ມໄຫວ້ອາໄລຕໍ່ການຈາກໄປຂອງ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ຢ່າງບໍ່ມີວັນກັບຄືນມານັ້ນ, ເພື່ອແບ່ງເບົາຄວາມທຸກໂສກຕໍ່ການສູນເສຍບຸກຄົນສໍາຄັນຂອງລັດຖະບານ ແລະ ປະຊາຊົນລາວ ທັງເປັນການສູນເສຍຜູ້ນໍາຮຸ່ນທໍາອິດຂອງພັກ ແລະ ລັດເຮົາ ທີ່ໄດ້ອຸທິດຊີວິດຂອງຕົນ ໃນການຕໍ່ສູ້ກູ້ຊາດຕ້ານຈັກກະພັດລ່າເມືອງຂື້ນແບບເກົ່າ ແລະ ໃໝ່ ທ່ານເປັນນັກຮົບປະຕິວັດທີ່ອົງອາດກ້າຫານ, ມີນໍ້າໃຈເສຍສະຫຼະອັນສູງສົ່ງ ເປັນໜຶ່ງໃນບັນດານາຍທະຫານທີ່ນໍາພາ-ບັນຊາ ດີເດັ່ນ ເປັນທີ່ເຄົາລົບຮັກຂອງກໍາລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າ, ທ່ານເປັນການນໍາທີ່ມີແບບແຜນ ນໍາພາໃນພາລະກິດປະຕິວັດ ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາລະບອບໃໝ່ ຄຸນງາມຄວາມດີຂອງທ່ານ ຈະຢູ່ໃນຄວາມຊົງຈໍາຂອງປວງຊົນລາວທັງຊາດ ຕະຫຼອດຊົ່ວກາລະນານ.
ໃນຕອນເຊົ້າວັນທີ 20 ພຶດສະພາ 2020, ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກກົມອາຊຽນ ກະຊວງການຕ່າງປະເທດ ໄດ້ໄຂຂຶ້ນຢ່າງເປັນທາງການ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແລະສະຫາຍລັດສະໝີແກ້ວມະນີ, ເລຂາໜ່ວຍພັກ, ຫົວໜ້າກົມອາຊຽນ. ເຂົ້າຮ່ວມກອງປະຊຸມຄັ້ງນີ້, ຍັງມີບັນດາສະຫາຍເລຂາ, ຮອງເລຂາ ແລະ ຜູ້ຕາງໜ້າໜ່ວຍພັກອ້ອມຂ້າງກະຊວງການຕ່າງປະເທດ, ແລະສະມາຊິກຜູ້ແທນສົມບູນ ແລະສຳຮອງຂອງໜ່ວຍພັກກົມ ເຂົ້າຮ່ວມຢ່າງພ້ອມພຽງ.