ວັນທີ 29 ຕຸລາ 2021 ທີ່ ສຳນັກງານໃຫຍ່ທະນາຄານນະໂຍບາຍສັງຄົມຫວຽດນາມ ໂດຍຕອບສະໜອງ ຕາມການເຊື້ອເຊີນຂອງ ສະຫາຍເຢືອງ ກຽດ ຖັງ (Dương Quyết Thắng), ຜູ້ອຳນວຍການໃຫຍ່ທະນາຄານ ນະໂຍບາຍສັງຄົມຫວຽດນາມສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະໄດ້ໄປຢ້ຽມຢາມ ແລະ ພົບປະເຮັດວຽກກັບທະນາຄານນະໂຍບາຍສັງຄົມ ຫວຽດນາມ.
ປະຊານຊົນລາວຫຼາຍພັນຄົນທີ່ອາໃສໃນກຸງເທບມະຫານະຄອນ (ກທມ) ໄດ້ພາກັນມາສັກວັກແຊັງທີ່ສູນບໍລິການຕຶກ SCGບາງຊື, ເຊິ່ງການສັກຢາວັກແຊັງຄັ້ງນີ້ເປັນການຮ່ວມມື ລະຫວ່າງ ສະຖານທູດລາວ ປະຈໍາຣາຊະອານາຈັກ, ສໍານັກງານ ກຸງເທບມະຫານະຄອນ ແລະ ໂຄງການຈິດອາສາປິ່ນປົວໂຄວິດ-19 ເພື່ອມິດຕະພາບ ລາວ-ໄທ 70 ປີ ເພື່ອເປີດໂອກາດໃຫ້ປະຊາຊົນລາວທີ່ອາໃສໃນ ກທມ ໄດ້ເຂົ້າເຖິງວັກແຊັງປ້ອງກັນໂຄວິດ-19 ໂດຍໄດ້ສັກວັກແຊັງ ຊິໂນແວັກ ເປັນເຂັມທໍາອິດ ແລະ ແອັດສະຕາເຊເນກາ ເປັນເຂັມທີ່ສອງ ເລີ່ມແຕ່ວັນທີ່ 26-28 ຕຸລາ 2021.
ໃນຕອນເຊົ້າຂອງວັນທີ່ 1 ພະຈິກ 2021, ທ່ານ ແສງ ສຸຂະທິວົງ, ເອກະອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ປະເທດໄທ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງ ຂອງທ່ານ ໂຈເຊ ບໍເກດ ໂດສ ສັນໂຕດ ຈູເນຍ (Jose Borges Dos Santos Junior)ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສະຫະພັນ ສາທາລະນະລັດ ບຣາຊິນ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍມີສຳນັກງານຕັ້ງຢູ່ບາງກອກ, ຣາຊະອານາຈັກໄທ.