ໃນວັນທີ 12 ພະຈິກ 2021, ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ຮ່ວມກັບ ສະຖານທູດເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກ ນອກແວ ປະຈໍາ ສປປ ລາວ ໄດ້ຈັດງານສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງສປປ ລາວແລະ ຣາຊະອານາຈັກ ນອກແວ ຄົບຮອບ 30 ປີ ໂດຍມີ ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວປະຈຳ ສສ ຫວຽດນາມ, ທ່ານ ນາງ ເກຣເຕ ໂລເກນ (H.E. Ms. GRETE LOCHEN), ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກນອກແວ ປະຈໍາ ສປປ ລາວ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຂອງສອງຝ່າຍ ເຂົ້າຮ່ວມ.
ໃນວັນທີ 4 ພະຈິກ 2021, ທ່ານລັດສະໝີແກ້ວມະນີໄດ້ສໍາເລັດການເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ກີ່ປາກເມີແລັງ, ປະທານາທິບໍດີ ແຫ່ງ ສະມາພັນທະລັດ ສະວິດສ, ທີ່ ນະຄອນຫຼວງເບີນ, ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາສະມາພັນທະລັດ ສະວິດສ.