ໃນວັນທີ 22 ກໍລະກົດ 2016, ສປປ ລາວ ໃນນາມປະທານອາຊຽນ ໄດ້ເປັນເຈົ້າພາບ ແລະ ປະທານ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ, ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີ ປະຈຳ ສຳນັກງານນາຍົກລັດຖະມົນຕີ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໂດຍມີຫົວໜ້າເຈົ້າຫນ້າທີ່ອາວຸໂສຈາກ ປະເທດສະມາຊິກ ອາຊຽນ, ຮອງເລຂາທິການໃຫຍ່ອາຊຽນ ຮັບຜິດຊອບເສົາຄໍ້າການເມືອງ-ຄວາມຫມັ້ນຄົງອາຊຽນ ພ້ອມດ້ວຍຄະນະຜູ້ແທນ ເຂົ້າຮ່ວມ.
ໂດຍຕອບສະຫນອງຕາມການເຊື້ອເຊີນ ຂອງ ພັກແຊນນູລີ ສ.ເກົາຫລີ, ຄະນະຜູ້ແທນພັກປະຊາຊົນປະຕິວັດ ລາວ ນຳໂດຍ ພະນະທ່ານ ນາງ ສຸນທອນ ໄຊຍະຈັກ, ກຳມະການ ສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ສາທາລະນະລັດ ເກົາຫລີ ແຕ່ວັນທີ 04-08 ກໍລະກົດ 2016.
ແຕ່ວັນທີ 11-14 ມິຖຸນາ 2016, ສະຫາຍ ນາງ ສູນທອນ ໄຊຍະຈັກ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ, ຜູ້ຕາງໜ້າພິເສດ ຂອງ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ພ້ອມດວ້ຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ສ ປປ ເກົາຫຼີ ເພື່ອແຈ້ງຜົນສຳເລັດ ຂອງ ກອງປະຊຸມໃຫຍ່ ຄັ້ງທີ X ຂອງ ພັກ ປປ ລາວ ແລະ ຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ VII ຂອງ ພັກແຮງ ງານເກົາຫຼີ.