ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງຄະນະນຳກະຊວງ

ກອງປະຊຸມລະດັບສູງ ສປຊ ວ່າດ້ວຍ ການຮ່ວມມືໃຕ້-ໃຕ້

20190326PABA120190326PABA   ເນື່ອງໃນໂອກາດຄົບຮອບ 40 ປີ ການຮັບຮອງເອົາຖະແຫຼງການ ແລະ ແຜນປະຕິບັດງານບູໂນດໄອຣິດ ວ່າດ້ວຍ ການສົ່ງເສີມ ແລະ ການຈັດຕັ້ງປະຕິບັດການຮ່ວມມືດ້ານເຕັກນິກ ລະຫວ່າງປະເທດກໍາລັງພັດທະນາ, ໃນວັນທີ 20-22 ມີນາ 2019 ຜ່ານມາ ອົງການສະຫະປະຊາຊາດ (ສປຊ) ໄດ້ຈັດກອງປະຊຸມລະດັບສູງງອົງການ ສະຫະປະຊາຊາດ (ສປຊ) ວ່າດ້ວຍ ການຮ່ວມມືໃຕ້-ໃຕ້ຫຼືເອີ້ນວ່າ “BAPA+40” ແລະ ກອງປະຊຸມປິ່ນອ້ອມອື່ນໆ ຢູ່ເມືອງບູໂນດໄອຣິດ ປະເທດອັກຊັງຕິນ. ໂດຍມີ ປະມຸກລັດ, ຫົວໜ້າລັດຖະບານ, ປະທານສະມັດຊາໃຫຍ່ອົງການ ສປຊ, ເລຂາທິການໃຫຍ່ອົງການ ສປຊ, ຄະນະຜູ້ແທນຂັ້ນສູງປະເທດສະມາຊິກ ສປຊ, ອົງການເຄືອຄ່າຍສປຊ ແລະ ອົງການຈັດຕັ້ງສາກົນອື່ນໆ ຈາກທົ່ວໂລກເຂົ້າຮ່ວມຢ່າງຫລວງຫຼາຍ.

ອ່ານເພີ່ມເຕີມ... 

ກອງປະຊຸມຄັ້ງທີ 28 ຂອງ ຄະນະກຳມາທິການລະຫວ່າງ ລັດຖະບານ ອາຊຽນ ວ່າດ້ວຍ ສິດທິມະນຸດ

20190325ASEAN

ຄະນະກຳມາທິການ ລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ໄດ້ດຳເນີນກອງປະຊຸມຄັ້ງທີ 28 ຂອງຕົນຢ່າງສຳເລັດຜົນ, ເຊິ່ງໄດ້ຈັດຂຶ້ນໃນວັນທີ 20-21 ມີນາ 2019 ທີ່ບາງກອກ, ປະເທດໄທ. ກອງປະຸມໄດ້ໄຂຂຶ້ນໂດຍການເປັນປະທານຂອງນະທ່ານສາດສະດາຈານອຳມາລາພົງສະພິດ, ຜູ້ຕາງໜ້າຄະນະກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິທິມະນຸດຂອງໄທແລະທັງເປັນປະທານຄະນະກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ ປີ 2019.

ອ່ານເພີ່ມເຕີມ... 

ສປປ ລາວ - ສປ ຈີນ ເພິ່ມທະວີການຮ່ວມມືສອງຝ່າຍ

 

MadamLPB1 MadamLPB2

MadamLPB3 MadamLPB4

 

ໃນຕອນເຊົ້າຂອງວັນທີ 24 ມີນາ 2019, ທີ່ ນະຄອນຫຼວງພະບາງ. ທ່ານ ນາງ ຄໍາເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະສອງຝ່າຍກັບ ທ່ານ ຄົ້ງ ສວນໂຢ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ, ທີ່ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 23-25 ມີນາ 2019, ເພື່ອຜັນຂະຫຍາຍຜົນການ ພົບປະລະຫວ່າງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຫວັງ ອີ, ທີ່ປຶກສາ ແຫ່ງລັດ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ, ທີ່ນະຄອນຫຼວງວຽງຈັນ ໃນເດືອນທັນວາ 2018 ທີ່ຜ່ານມາ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486196
ມື້ນີ້112
ມື້ວານ215
ອາທິດນີ້1232
ເດືອນນີ້5501