ໃນລະຫວ່າງວັນທີ 16-17 ມັງກອນ 2019, ກະຊວງການຕ່າງປະເທດໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ຕົກລົງວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະແນກການຕ່າງປະເທດແຂວງ, ນະຄອນຫຼວງ (ສະບັບປັບປຸງ)ແລະ ຄໍາແນະນໍາ ວ່າດ້ວຍ ມາດຕະຖານຕຳແໜ່ງຫົວໜ້າພະແນກການຕ່າງປະເທດແຂວງ, ນະຄອນຫຼວງ ທີ່ ແຂວງຫຼວງພະບາງ.
ໃນວັນທີ 22 ມັງກອນ 2019, ທີ່ ກະຊວງການຕ່າງປະເທດ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ໄດ້ໃຫ້ກຽດຕ້ອນຮັບ ແລະ ມອບຫນັງສືຮັບຮອງກົງສຸນ ໃຫ້ແກ່ ທ່ານ ນາງ ຈັນທະຈອນ ວົງໄຊ ເປັນກົງສຸນກິດຕິມະສັກ ແຫ່ງ ປອກຕຸຍການ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເຊິ່ງມີສຳນັກງານຕັ້ງຢູ່ ນະຄອນຫລວງວຽງຈັນ.
ໃນຕອນແລງຂອງວັນທີ 17 ມັງກອນ 2019, ທີ່ກະຊວງການຕ່າງປະເທດ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂາໍ່ນັບຂອງ ທ່ານ ດຣ. Joseph H. Felter, ຮອງຜູ້ຊ່ວຍລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະລັດ ອາເມຣິກາ, ຜູ້ຊີ້ນາໍວຽກງານອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຄື່ອນໄຫວຢ້ຽມຢາມ ສປປ ລາວ,ໃນລະຫວ່າງ ວັນທີ 16-18 ມັງກອນ 2019.