ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງຄະນະນຳກະຊວງ

ກອງປະຊຸມ ເຜີຍແຜ່ ແລະ ຜັນຂະຫຍາຍ ຜົນກອງປະຊຸມສຸດຍອດ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ( CLV ) ຄັ້ງທີ 10 ແລະ ການກະກຽມແຜນວຽກທີ່ສຳຄັນ ສຳລັບປີ 2019 – 2020

 

CLVsalavan

 

ໃນວັນທີ 27 ກຸມພາ 2019, ກະຊວງການຕ່າງປະເທດ ໂດຍປະສານສົມທົບກັບ ແຂວງສາລະວັນ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ຜັນຂະຫຍາຍຜົນກອງປະຊຸມສຸດຍອດ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 10 ແລະ ກະກຽມແຜນວຽກທີ່ສໍາຄັນ ສໍາລັບສົກປີ 2019 – 2020 ທີ່ ສະໂມສອນ ຂອງ ຫ້ອງວ່າການປົກຄອງແຂວງສາລະວັນ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ພູທົງ ຄຳມະນີວົງ, ຮອງເຈົ້າແຂວງສາລະວັນ, ໂດຍມີຜູ້ເຂົ້າຮ່ວມຈາກບັນດາຂະແໜງການທີ່ກ່ຽວຂ້ອງ ຂອງ 4 ແຂວງພາກໃຕ້ ຄື: ແຂວງສາລະວັນ, ແຂວງຈໍາປາສັກ, ແຂວງເຊກອງ ແລະ ແຂວງອັດຕະປື, ຈໍານວນ 100 ກ່ວາ ທ່ານ.

ອ່ານເພີ່ມເຕີມ... 

ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ-ລັດເຊຍ ຄັ້ງ 16

ໃນວັນທີ 20 ກຸມພາ 2019, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ າວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າ້າທີ່ອາວຸໂສ ອາຊຽນ-ລັດເຊຍ ຄັ້ງທີ 16 ທີ່ ບາຫຼີ, ອິນໂດເນເຊຍ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ໂຮເຊ ທາວາເຣັ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ອິນໂດເນເຊຍ ແລະ ທ່ານ ອີກໍ ມໍກູລອບ, ຮອງລັດຖະມົນຕີກຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສະຫະພັນ ລັດເຊຍ.

ອ່ານເພີ່ມເຕີມ... 

ພິທີລົງນາມໃນສັນຍາຮ່ວມມືໂຄງການກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ປີ 2018 ລະຫວ່າງ ລັດຖະບານ ລາວ ແລະ ລັດຖະບານ ຈີນ

20190215MekongLancang120190215MekongLancang

        ໃນຕອນເຊົ້າຂອງວັນທີ 15 ກຸມພາ 2019, ຢູ່ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມໃນສັນຍາ ຮ່ວມມືໂຄງການກອງທຶນພິເສດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ປະຈຳ ປີ 2018 ລະຫວ່າງ ລັດຖະບານລາວ ແລະ ລັດຖະບານຈີນ. ໃນພິທີດັ່ງກ່າວ ຕາງໜ້າໃຫ້ແກ່ຝ່າຍລາວ ໂດຍແມ່ນ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ຈຽງຈາຍຕົງ, ເອກອັກຄະລັດທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າໃຫ້ຝ່າຍ ຈີນ ແລະ ມີຜູ້ຕາງໜ້າຈາກບັນດາ ກະຊວງ/ຂະແໜງການ ທີ່ກ່ຽວຂ້ອງ ຈຳນວນໜຶ່ງ ເຂົ້າຮ່ວມເປັນສັກຂີພະຍານ. ການລົງນາມໃນສັນຍາຮ່ວມມືໂຄງການໃນຄັ້ງນີ້ ແມ່ນ ເພື່ອເປັນການຈັດຕັ້ງຜັນ ຂະຫຍາຍຜົນກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4 ທີ່ຈັດຂຶ້ນຢູ່ ແຂວງ ຫຼວງພະບາງ ໃນເດືອນທັນວາ 2018, ຊຶ່ງກອງປະຊຸມ ດັ່ງກ່າວ ໄດ້ຮັບຮອງເອົາ ທັງໝົດ 138 ໂຄງການຂອງ 6 ປະເທດສະມາຊິກ (ກຳປູເຈຍ, ສປ ຈີນ, ສປປ ລາວ, ມຽນມາ, ໄທ ແລະ ຫວຽດນາມ), ໃນນັ້ນ, ສປປ ລາວ ໄດ້ຮັບຈຳນວນ 21 ໂຄງການ ລວມມູນຄ່າ 4,551,100 ໂດລາສະຫະລັດ, ຊຶ່ງປະກອບມີ 7 ກະຊວງ/ ຂະແໜງການ ຄື: ກະຊວງການຕ່າງປະເທດ, ກະຊວງ ສຶກສາທິການ ແລະ ກິລາ, ກະຊວງໄປສະນີ, ໂທລະຄົມ ມະນາຄົມ ແລະ ການສື່ສານ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ກະຊວງກະສິກຳ ແລະ ປ່າໄມ້ ເພື່ອໃຫ້ແຕ່ລະພາກ ສ່ວນທີ່ໄດ້ຮັບໂຄງການ ນຳໄປສືບຕໍ່ຈັດຕັ້ງປະຕິບັດໃຫ້ເກີດຜົນ.

ໂຄງການກອງທຶນພິເສດແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ເປັນໂຄງການທີ່ຢູ່ພາຍໃຕ້ ຂອບການຮ່ວມມືແມ່ນ້ຳ ຂອງ-ແມ່ນ້ຳລ້ານຊ້າງ, ຊຶ່ງກອງທຶນດັ່ງກ່າວ ໄດ້ຮັບການສ້າງຕັ້ງຂຶ້ນໃນໂອກາດກອງປະຊຸມຜູ້ນຳແມ່ນ້ຳຂອງ-ແມ່ນ້ຳ ລ້ານຊ້າງຄັ້ງທີ I ໃນປີ 2016 ທີ່ ເມືອງຊັນຢາ, ແຂວງໄຫໜານ, ສປ ຈີນ. ສຳລັບ ໃນປີ 2017, ສປປ ລາວ ໄດ້ຮັບທັງໝົດ ຈຳນວນ 13 ໂຄງການ ຊຶ່ງປະກອບມີ 5 ກະຊວງ/ຂະແໜງການ ລວມມູນຄ່າຫຼາຍກວ່າ 3 ລ້ານ ໂດລາສະຫະລັດ ແລະ ປະຈຸບັນກຳລັງຢູ່ ໃນຂັ້ນຕອນການຈັດຕັ້ງປະຕິບັດຕາມແຜນການທີ່ໄດ້ວາງໄວ້. ສ່ວນໂຄງ ການທີ່ໄດ້ຮັບອະນຸມັດໃນປີ 2018 ຈຳນວນ 21 ໂຄງການນັ້ນ ຈະໄດ້ຖືກຈັດຕັ້ງປະຕິບັດໃນປີ 2019.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486303
ມື້ນີ້219
ມື້ວານ215
ອາທິດນີ້1339
ເດືອນນີ້5608