ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ກຸ່ມບໍລິສັດ Prince Holding Group ກຳປູເຈຍ ມອບເງິນປະກອບສ່ວນ 1 ລ້ານໂດລາສະຫະລັດ ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ຢູ່ ສປປ ລາວ

20211001Cam120211001Cam

ໃນວັນທີ 30 ຕຸລາ 2021, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ນະຄອນຫຼວງພະນົມເປັນ, ໄດ້ມີພິທີມອບ-ຮັບ ເງິນຈຳນວນ 1 ລ້ານໂດລາສະຫະລັດ ຈາກກຸ່ມບໍລິສັດ Prince Holding Group ໃຫ້ແກ່ລັດຖະບານລາວ ເພື່ອນໍາໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ. ຕາງໜ້າມອບໃນຄັ້ງນີ້ໂດຍ ທ່ານ ເຊນ ສີ, ປະທານກຸ່ມບໍລິສັດ Prince Holding Group ແລະ ຕາງໜ້າຮັບໂດຍ ທ່ານ ອຳໄພ ກິນດາວົງ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກ ກຳປູເຈຍ, ມີພະນັກງານທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.

ອ່ານເພີ່ມເຕີມ... 

ທູດລາວ ເຂົ້າຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສ. ສິງກະໂປ

 

AmbSengkeo1

AmbSengkeo2

 

ໃນວັນທີ 28 ກັນຍາ 2021, ທີ່ ອິສຕານາ (Istana) ທຳນຽມປະທານາທິບໍດີ, ທ່ານ ແສງແກ້ວ ປວງປະດດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ນ. ຮາລິມາ ຢາກອບ (Yalimah Yacob), ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສາທາລະນະລັດ ສິງກະໂປ.

ໃນໂອກາດນີ້ ທ່ານເອກອັກຄະລັດຖະທູດ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດ ຂອງ ພະນະທ່ານ ທອງລຸນ ສີສຸລິດ,ປະທານປະເທດ ແຫ່ງ ສປປ ລາວ ເຖີງ ພະນະທ່ານ ນ. ຮາລິມາ ຢາກອບ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ, ລັດຖະບານ ແລະ ປະຊາຊົນ ສິງກະໂປທຸກ ຖ້ວນໜ້າ.

ອ່ານເພີ່ມເຕີມ... 

ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ຄົນໃໝ່ ຍື່ນສານແຕ່ງຕັ້ງ ຕໍ່ເລຂາທິການໃຫຍ່ອາຊຽນ

2021299ASEAN

ໃນວັນ​ທີ28 ກັນຍາ 2021 ທີ່ ກອງ​ເລ​ຂາ​ອາ​ຊຽນ, ນະຄອນຫຼວງຈາກາກຕາ, ປະເທດອິນໂດເນເຊຍ,            ທ່ານ ບໍວອນທັດດວງຈັກ ໄດ້​ຍື່ນ​ສານ​ແຕ່ງ​ຕັ້ງ​ຕໍ່ ທ່ານ ດາ​ໂຕະ ລິມ ຈ໋ອກ ຮອຍ,ເລຂາທິການໃຫຍ່ຊຽນ ​ ເພື່ອດຳລົງຕຳແໜ່ງ​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຜູ້​ຕາງ​ໜ້າ​ຖາ​ວອນ ແຫ່ງ ​ສ​ປ​ປ ລາວ ປະ​ຈຳ​ ອາ​ຊຽນ. ໃນ​ໂອ​ກາດ​ນີ້ທ່ານດາໂຕະລິມຈ໋ອກຮອຍໄດ້ສະແດງຄວາມຍິນດີຮັບຕ້ອນແລະ ສະແດງຄວາມຊົມເຊີຍທ່ານ ບໍວອນທັດດວງຈັກ ທີ່ໄດ້ຖືກ ແຕ່ງຕັ້ງເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຜູ້​ຕາງ​ໜ້າ​ຖາ​ວອນ ແຫ່ງ ​ສ​ປ​ປ ລາວ ຄົນໃໝ່ ປະ​ຈຳ​ ອາ​ຊຽນ ແລະ ເຊື່ອໝັ້ນວ່າ ຈະສືບຕໍ່ປະຕິບັດໜ້າທີ່ຂອງຄະນະກໍາມະການຜູ້ຕາງໜ້າຖາວອນ ປະຈໍາອາຊຽນ ໄດ້ຮັບຜົນສໍາເລັດ ແລະ ເສີມຂະຫຍາຍ ບົດບາດຂອງອາຊຽນ ໃນເວທີສາກົນ. ສຸດທ້າຍ ທ່ານ ດາໂຕະ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດມາຍັງພະນະທ່ານປະທານປະເທດ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485870
ມື້ນີ້1
ມື້ວານ168
ອາທິດນີ້906
ເດືອນນີ້5175