ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳຫວຽດນາມ ເຂົ້າຮ່ວມພິທີ ປີດການແຂ່ງຂັນກິລາການທະຫານສາກົນ ( ARMY GAMES 2021 )

 

HueangSeng Army

 

HueangSeng Army1

 

ໃນວັນທີ 04 ກັນຍາ2021 ນີ້, ທີ່ສູນຝຶກແອບທະຫານແຫ່ງຊາດທີ 4 ສສຫວຽດນາມໄດ້ມີພິທີປິດການແຂ່ງຂັນກິລາການທະຫານສາກົນ (ARMY GAMES 2021) ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານພົນ​​ເອກ ຟານ ວັນ ຢາງ, ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ມີ ທ່ານ ພົນໂທ ເຈີນ ກວາງເຟືອງ ຮອງປະທານສະພາແຫ່ງຊາດຫວຽດນາມ, ທ່ານ Krivoruchko Alexei Iurievich ຮອງລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ ພ້ອມດ້ວຍຄະນະນຳກະຊວງປ້ອງກັນປະເທດຫວຽດນາມ, ບັນດາທຸຕານຸທູດ, ທີ່ປຶກສາຝ່າຍປ້ອງກັນຊາດຂອງສະຖານທູດຕ່າງປະເທດປະຈຳ ສສ ຫວຽດນາມ , ບັນດານາຍແລະ ພົນທະຫານ, ບັນດາທີມນັກກິລາທະຫານຈາກ 8 ປະເທດກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ, ສຳລັບສະຖານທູດລາວປະຈຳຫວຽດນາມກໍມີ ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສປປລາວ ປະຈຳສສຫວຽດນາມ,ທ່ານ ພັນເອກ ວົງໄຊ ອິນທະຄຳ ທີ່ປຶກສາ​​ຝ່າຍປ້ອງກັນຊາພ້ອມຄະນະເຂົ້າຮ່ວມພິທີດັ່ງກ່າວ.

ອ່ານເພີ່ມເຕີມ... 

ທູດລາວ ປະຈຳຫວຽດນາມ ເຂົ້າຮ່ວມພິທີ ເປີດການແຂ່ງຂັນກິລາການທະຫານສາກົນ ( ARMY GAMES 2021 )

 

SPjoin1SPjoin2

SPjoin3

 

ໃນວັນທີ 31 ສິງຫາ 2021 ນີ້, ທີ່​ ສູນຝຶກແອບທະຫານແຫ່ງຊາດທີ 4 ສສ ຫວຽດນາມ​ ໄດ້ມີພິທີເປີດການແຂ່ງຂັນກິລາການທະຫານສາກົນ (ARMY GAMES 2021) ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນໂທ ຫງວຽນ ເຕີນ ເກືອງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ພ້ອມດ້ວຍຄະນະນຳກະຊວງປ້ອງກັນປະເທດຫວຽດນາມ, ບັນດາທຸຕານຸທູດ, ທີ່ປຶກສາຝ່າຍປ້ອງກັນຊາດຂອງສະຖານທູດຕ່າງປະເທດ ປະຈຳ ສສ ຫວຽດນາມ ທີ່ມີທີມກິລາຂອງຕົນເຂົ້າຮ່ວມ, ບັນດານາຍ,​ ພົນທະຫານ, ບັນດາທີມນັກກິລາທະຫານຈາກ 8 ປະເທດ ແລະ ກໍາມະການຕັດສິນ ເຂົ້າຮ່ວມຢ່າງພ້ອມພຽງ, ສຳລັບສະຖານທູດລາວ ປະຈຳ ຫວຽດນາມ ກໍມີ ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ທ່ານ ພັນເອກ ວົງໄຊ ອິນທະຄຳ ທີ່ປຶກສາ​​ຝ່າຍປ້ອງກັນຊາພ້ອມຄະນະເຂົ້າຮ່ວມພິທີ.

ອ່ານເພີ່ມເຕີມ... 

ທູດລາວ ປະຈຳ ຫວຽດນາມ ເຂົ້າອວຍພອນ ຄະນະນຳກະຊວງການຕ່າງປະເທດຫວຽດນາມ ເນື່ອງໃນໂອກາດວັນຊາດ ສສ. ຫວຽດນາມ ຄົບຮອບ 76 ປີ

 

SengphetVietnam1SengphetVietnam2

 

 

ໃນວັນທີ 01 ກັນຍາ 2021, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ. ຫວຽດນາມ ພ້ອມຄະນະຈາກສະຖານທູດລາວ ເຂົ້າອວຍພອນ ສະຫາຍ ຫງວຽນ ກວັກ ຢູ້ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ເນື່ອງໃນໂອກາດວັນຊາດຂອງ ສສ ຫວຽດນາມ ຄົບຮອບ 76 ປີ (2/9/1945-2/9/2021).

ໂອກາດນີ້ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຂອບໃຈມາຍັງ ສະຫາຍ ຫງວຽນ ກວັກ ຢຸ້ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ ທີ່ໄດ້ຍາດເວລາອັນມີຄຸນຄ່າຕ້ອນຮັບຄະນະ, ພ້ອມທັງຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ນຳພາຄະນະສະຖານທູດ ມາອວຍພອນກະຊວງການຕ່າງປະເທດຫວຽດນາມ ເນື່ອງໃນໂອກາດວັນຊາດ ແຫ່ງ ສສ ຫວຽດນາມ ຄົບຮອບ 76 ປີ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485921
ມື້ນີ້52
ມື້ວານ168
ອາທິດນີ້957
ເດືອນນີ້5226