ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ທູດລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ຕີມໍ ເລັດສະເຕ

am phavun timor

   ໃນຕອນເຊົ້້າຂອງວັນທີ 15 ມິຖຸນາ 2016, ທີ່ ນະຄອນຫຼວງດິລິ, ສະທາລະນະລັດ ປະຊາທິປະໄຕ ຕີມໍ ເລັດສະເຕ, ທ່ານ ນາງ ພາວັນ ນວນທະສິງ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ ເຕົາ ມາເຕັນ ຣຸອັກ (Taur Matan RUAK), ປະທານາທິບໍດີ ແຫ່ງ ສະທາລະນະລັດ ປະຊາທິປະໄຕ ຕີມໍ ເລັດສະເຕ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສະທາລະນະລັດ ປະຊາທິປະໄຕ ຕີມໍ ເລັດສະເຕ ໂດຍມີສຳນັກງານຕັ້ງຢູ່ ນະຄອນຫຼວງຈາກາຕາ, ສະທາລະນະລັດ ອິນໂດເນເຊຍ.

ອ່ານເພີ່ມເຕີມ... 

ສະຖານທູດລາວ ທີ່ ພະນົມເປັນ ສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ລາວ-ກຳປູເຈຍ

60LC

 

ໃນ​ວັນ​ທີ 15 ມິຖຸນາ 2016, ​ເວລາ​ 18:30 ​ໂມງ, ສະ​ຖານ​ເອກ​ອັກຄະ​ລັດຖະທູດ ​ແຫ່ງ ສປປ ລາວ ​ໄດ້​ຈັດ​ງານລ້ຽງສະ​ເຫຼີ​ມສະຫຼອງ​ວັນ​ສ້າງຕັ້ງ​ສາຍ​ພົວພັນ​ການ​ທູດ​ ລະຫວ່າງ ລາວ-ກຳປູເຈຍ ຄົບຮອບ 60 ປີ (15/06/1956-15/06/2016) ຢ່າງ​ຄຶກຄື້ນ ​ແລະ ມີ​ຄວາມໝາຍສໍາຄັນ​ຢ່າງ​ຍິ່ງ ​ທາມ​ກາງ​ບັນຍາກາດ​ທີ່​ເຕັມ​ໄປ​ດ້ວຍ​ໄມ​ຕິ​ຈິດ​ມິດຕະພາບ​ຂອງ​ບັນດາ​ແຂກ​ທີ່​ເຂົ້າ​ມາ​ຮ່ວມ​ງານ ​ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມຂອງ ພະນະ​ທ່ານ ລີ ທົດ, ລັດຖະມົນຕີ​ອາວຸ​ໂສ, ລັດຖະມົນຕີ​ປະ​ຈໍາ​ສໍານັກງາ​ນາຍົກລັດຖະມົນຕີ ​ແຫ່ງ ຣາຊະ​ອານາຈັກ ກໍາ​ປູ​ເຈຍ, ບັນດາສະມາຊິກ​ສະພາ​ສູງ, ສະມາຊິກ​ສະພາ​ແຫ່ງ​ຊາດ, ​ລັດຖະມົນຕີວ່າການ, ຊ່ວຍວ່າການ, ຫົວໜ້າ​ກົມ, ຮອງ​ຫົວໜ້າກົມ, ນາຍ​ ແລະ​ ພົນທະຫານ, ນາຍ​ ແລະ ພົນ​ຕໍາຫຼວດ, ບັນດາ​ທູຕານຸທູດ, ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ນັກທຸລະກິດ ​ຕະຫຼອດ​ຮອດ​ບັນດາ​ນັກ​ສຶກສາລາ​ວ ​ແລະ ຄອບຄົວ​ຄົນ​ລາວ​ທີ່​ດໍາລົງ​ຊີວິດ​ຢູ່ຣາຊະ​ອານາຈັກ ກໍາປູ​ເຈຍ ເຂົ້າ​ຮ່ວມ ລວມທັງ​ໝົດ 300 ກວ່າ​ທ່ານ.

ອ່ານເພີ່ມເຕີມ... 

ສະຖານທູດລາວທີ່ບາງກອກ ເຊື່ອມຊຶມມະຕິ X ຂອງພັກ

BKKZZ1 BKKZZ2

 

ໃນຕອນເຊົ້າຂອງວັນທີ 14 ມີຖຸນາ 2016, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາຣາຊະອານາຈັກໄທ ທີ່ ບາງກອກ, ໄດ້​​ເປີດ​ບັ້ນ ​ເຊື່ອມ​ຊຶມມະຕິ​ ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ X ຂອງ​ພັກ ໃຫ້​ສະມາຊິກ​ພັກ, ພະນັກງານ​ສະຖານທູດ ​ໂດຍ​ການບັນຍາຍຂອງ ສະຫາຍ ຫລີ ບຸນຄ້ຳ, ເລຂາໜ່ວຍພັກ ທັງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳຣາຊາອານາຈັກໄທ.

ອ່ານເພີ່ມເຕີມ... 

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490827
ມື້ນີ້147
ມື້ວານ233
ອາທິດນີ້352
ເດືອນນີ້4220