ໃນວັນພະຫັດ, ວັນທີ 12 ພຶດສະພາ 2016, ທ່ານ ວິລະວົງ ເວຍຣະວົງ ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ລ໋ອງ ວິສະໂລ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ເພື່ອຍື່ນສັນຍາບັດ ເປັນກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈໍາ ແຂວງຊຽງແຕງ ໂດຍມີຄວາມຮັບຜິດຊອບອີກ 4 ແຂວງຄື: ແຂວງຣັດຕະນະກີຣີ, ມົນດົນກີຣີ, ກຼໍແຈະ ແລະ ແປຼະວີເຮຍ.
ໃນຕອນແລງຂອງວັນທີ 7 ພຶດສະພາ 2016 ທີ່ຜ່ານມານີ້, ທ່ານ ຫລີ ບຸນຄໍ້າ, ເອກອັກຄະລັດຖະທູດ ແລະ ທ່ານ ບຸນສີ ວົງບົວສີ, ກົງສູນໃຫ່ຍ ແຫ່ງ ສປປ ລາວ ປະຈຳຂອນແກ່ນ ພ້ອມດ້ວຍ ອ້າຍເອື້ອຍນ້ອງສະຖານທູດລາວທີ່ບາງກອກຈຳນວນໜື່ງ ໄດ້ໃຫ້ກຽດເຂົ້າຮ່ວມງານສານສຳພັນວັດທະນາທຳປະເພນີ ໄທຊົງດຳ ຫຼື ໄທດຳ ປະຈຳປີ 2016 ຊຶ່ງຈັດຂຶ້ນເປັນຄັ້ງທີສອງ ໂດຍມູນນິທິໄທຊົງດຳ ແລະ ສະມາຄົມໄທດຳແຫ່ງປະເທດໄທ ຮ່ວມກັບສະຖາບັນວິໄຈພາສາ ແລະ ວັດທະນາທຳເອເຊຍ ຂອງມະຫາວິທະຍາໄລມະຫິດົນ ທີ່ ມະຫາວິທະຍາ ໄລມະຫິດົນ, ວິທະຍາເຂດສາລາຍາ, ຈັງຫວັດນະຄອນປະຖົມ.
ທ່ານ ສົງການ ຫຼວງມຸນິນທອນ, ຫົວໜ້າກົມເສດຖະກິດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາເຊັມ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມປຶກສາຫາລືສື່ມວນຊົນອາເຊັມ ວ່າດ້ວຍການເຊື່ອມຈອດ (ASEM Media Dialogue on Connectivity), ໃນວັນທີ 9-10 ພຶດສະພາ 2016, ທີ່ ກວາງໂຈ, ສປ ຈີນ, ຊຶ່ງຈັດໂດຍ ກະຊວງການຕ່າງປະເທດ, ສະພາແຫ່ງລັດວ່າດ້ວຍຂ່າວສານ ແລະ ລັດຖະບານນະຄອນ ກວາງໂຈ. ຈູດປະສົງຂອງກອງປະຊຸມດັ່ງກ່າວ ເພື່ອປຶກສາຫາລື, ລະດົມ ແລະ ແລກປ່ຽນຄໍາຄິດຄຳເຫັນ ຂອງບັນດານັກຂ່າວ, ນັກຄົ້ນຄວ້າ, ໜ່ວຍງານຄັງສະໜອງ ແລະ ວິຊາການດ້ານສື່ມວນຊົນ ຈາກ ທະວີບ ອາຊີ-ເອີຣົບ ເພື່ອຊຸກຍູ້ ແລະ ຜັນຂະຫຍາຍບົດບາດຂອງສື່ມວນຊົນ ດ້ານການເຊື່ອມຈອດອາເຊັມ ໃນຍຸກນະວັດຕະກຳເທັກໂລຊີ ແລະ ພ້ອມທັງການໂຄສະນາເຜີຍແຜ່ຄວາມເຂົ້າໃຈ ກ່ຽວກັບ ການເປັນຄູ່ຮ່ວມມືຮອບ ດ້ານຂອງອາເຊັມ.