ໃນວັນທີ 4 ກໍລະກົດ ນີ້, ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຮ່າໂນ້ຍ ສສ ຫວຽດນາມ, ທ່ານ ພົມມາ ສິດເສນາ, ອັກຄະລັດຖະທູດ ໄດ້ຕ້ອນຮັບ ທ່ານ ຮາດຊານ ອາຟ ຊາຄານ, ຮອງຫົວໜ້າສຳນັກງານ ສະຖານເອກອັກຄະລັດຖະທູດ ສາທາລະນະລັດ ອິສລາມ ປາກິດສະຖານ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຊຶ່ງມີສຳນັກງານຕັ້ງຢູ່ ນະຄອນຫລວງ ຮ່າໂນ້ຍ ສສ ຫວຽດນາມ ທີ່ໄດ້ນຳເອົາຄອມພີວເຕີ ມາມອບໃຫ້ສະຖານເອກອັກຄະລັດຖະທູດລາວ ທີ່ ຮ່າໂນ້ຍ ສສ ຫວຽດນາມ ເພື່ອສົ່ງຕໍ່ໃຫ້ບາງກະຊວງຂອງລາວ.
ກົມອາຊຽນ, ກະຊວງການຕ່າງປະເທດ, ໄດ້ຈັດກອງປະຊຸມ ປືກສາຫາລືແລະອະທິບາຍ ກ່ຽວກັບ ການກະກຽມຄວາມພ້ອມຂອງ ສປປ ລາວ ໃນການເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມກ່ຽວຂ້ອງເຊຶ່ງຈະໄດ້ຈັດຂຶ້ນ ວັນທີ 21-26 ກໍລະກົດ 2016 ນີ້, ທີ່ນະຄອນຫລວງວຽງຈັນ,ໃຫ້ບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ທີ່ກ່ຽວຂ້ອງ ທີ່ມີສໍານັກງານ ສະຖານທູດຢູ່ ສປປ ລາວ, ບາງກອກ, ຮ່າໂນ່ຍ ແລະ ກົວລາລໍາເປີ ໃຫ້ຮັບຮູ້, ເຂົ້າໃຈແຈ້ງຕື່ມ. ເພື່ອປະສານງານ ໄປຍັງປະເທດຂອງຕົນ ກ່ຽວກັບການກະກຽມຄວາມພ້ອມ ໃນດ້ານຕ່າງໆ ເປັນຕົ້ນແມ່ນ ດ້ານພະລາທິການ, ດ້ານພິທີການ, ການຮັກສາ ຄວາມປອດໄພ, ການຄຸ້ມຄອງບັນດາສື່ມວນຊົນ ຕ່າງປະເທດແລະດ້ານອື່ນໆ.
ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາປະເທດຍີ່ປຸ່ນ ໄດ້ຮ່ວມມືກັບ ສູນອາຊຽນ-ຍີ່ປຸ່ນ ຈັດຕັ້ງກອງປະຊຸມເພື່ອຊຸກຍູ້ສົ່ງເສີມການລົງທຶນ ແລະ ການທ່ຽວທ່ຽວ ຢູ່ ສປປ ລາວ ພາຍໃຕ້ຫົວຂໍ້ “ແຂວງບໍ່ແກ້ວ ເປັນທາງເລືອກທີ່ດີຂອງນັກລົງທຶນ ແລະ ນັກທ່ອງທ່ຽວ” ຂຶ້ນ, ທີ່ສໍານັກງານຂອງສູນອາຊຽນ-ຍີ່ປຸ່ນ ທີ່ ໂຕກຽວ, ໃນຕອນແລງຂອງວັນທີ 28 ມິຖຸນາ 2016, ໂດຍມີ ທ່ານ ເຄນທອງ ນວນທະສິງ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາຍີ່ປຸ່ນ; ທ່ານ ມາຊາຕາກະ ຟູຈິຕະ, ເລຂາທີການໃຫຍ່ ສູນອາຊຽນ-ຍີ່ປຸ່ນ, ພ້ອມດ້ວຍນັກທຸລະກິດຍີ່ປຸ່ນ ແລະ ພະນັກງານສະຖານທູດລາວ ທີ່ ໂຕກຽວ ເຂົ້າຮ່ວມຫລາຍກ່ວາ 180 ຄົນ.