ໃນວັນທີ 22 ກໍລະກົດ 2016, ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ທ່ານ ພອນທະວີ ບຸດດາລາ, ຫົວໜ້າສູນຂ່າວຕ່າງປະເທດ, ຫົວໜ້າກົມການຂ່າວ, ໂຄສົກກະຊວງການຕ່າງປະເທດ ໄດ້ຕອບສຳພາດຂ່າວກັບສື່ມວນຊົນຕໍ່ຄວາມກຽມພ້ອມຂອງສູນຂ່າວ ໃນການຮັບໃຊ້ກອງປະຊຸມເອເອັມເອັມ ແລະ ກອງປະຊຸມກ່ຽວຂ້ອງອື່ນໆ ວ່າ:
>
>>
ໃນວັນທີ 21 ກໍລະກົດ 2016 ນີ້, ທີ່ ສູນປະຊຸມແຫ່ງຊາດ (NCC), ນະຄອນຫລວງວຽງຈັນ, ໄດ້ມີ ກອງປະຊຸມຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ຄັ້ງທີ 11 (11/2016 CPR Meeting) ພາຍໃຕ້ການເປັນປະທານຂອງ ທ່ານ ລັດສະໝີ ແກ້ວມະນີ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ໂດຍມີບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນຂອງທັງ 10 ປະເທດ ສະມາຊິກອາຊຽນ, ຮອງເລຂາທິການໃຫຍ່ອາຊຽນ ຝ່າຍການເມືອງ-ຄວາມໝັ້ນຄົງ ແລະ ພະນັກງານການທູດທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນວັນທີ 10 ກໍລະກົດ 2016, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ. ເກົາຫຼີ, ທີ່ ເຊອູນ, ໄດ້ມີພິທີຈັດຕັ້ງ ກອງປະຊຸມເຊື່ອມຊຶມມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງ ພັກ ປະຊາຊົນ ປະຕິວັດລາວ ພາຍໃຕ້ການເປັນປະທານ ໂດຍ ສະຫາຍ ຄຳສວຍ ແກ້ວດາລາວົງ, ເລຂາໜ່ວຍພັກ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສ. ເກົາຫຼີ, ມີບັນດາພະນັກງານສະຖານທູດ, ພະນັກງານຕາງໜ້າຫ້ອງການການບິນລາວ ປະຈຳ ສ. ເກົາຫຼີ ແລະ ນັກສຶກສາລາວ ເຊິ່ງສ່ວນໃຫຍ່ແມ່ນພະນັກງານບັນດາຂະແໜງການຕ່າງໆອ້ອມຂ້າງສູນກາງ ເຂົ້າຮ່ວມປະມານ 50 ກວ່າທ່ານ.