ໃນຕອນເຊົ້າຂອງວັນທີ 21 ເມສາ 2016, ທີ່ສໍານັກງານປະທານາທິບໍດີ ເຮວຊິນກິ, ທ່ານ ບຸນແພງ ຊາຍກັນຍາ, ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ Sauli Niinistö, ປະທານາທິບໍດີ ແຫ່ງ ສາທາລະນະລັດ ແຟງລັງ, ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ແຟງລັງ, ໂດຍປະຈຳການຢູ່ ສະຖານເອກອັກຄະລັດຖະທູດ ສປປ ລາວ ທີ່ ນະຄອນຫລວງ ສະຕ໋ອກໂຮມ, ປະເທດ ຊູແອດ.
ກອງປະຊຸມ ຄັ້ງທີ 21 ຂອງ ຄະນະກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ໄດ້ມີຂຶ້ນໃນວັນທີ 5-9 ເມສາ 2016 ທີ່ ກອງເລຂາອາຊຽນ, ໂດຍການເປັນປະທານຂອງ ທ່ານ ພູໂຂງ ສີສຸລາດ, ປະທານຄະນະກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ, ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ. ກອງປະຊຸມໄດ້ປຶກສາຫາລືແຜນກິດຈະກຳບູລິມະສິດ ສຳລັບປີ 2016 ຂອງຄະນະກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ, ຮ່າງບົດລາຍງານການເຄື່ອນໄຫວປະຈຳປີ 2016 ແລະ ແຜນກິດຈະກໍາບູລິມະສິດ ສໍາລັບສົກປີ 2017. ໃນລະຫວ່າງກອງປະຊຸມ, ຄະນະກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ໄດ້ພົບປະປະຈຳປີ ກັບ ເລຂາທິການໃຫຍ່ອາຊຽນ ແລະ ຄະນະກຳມະການຜູ້ຕາງໜ້າອາຊຽນ (CPR) ເພື່ອເພີ່ມທະວີການປະສານງານໃນການປະຕິບັດພາລະບົດບາດໃນການສົ່ງເສີມ ແລະ ປົກປ້ອງສິດທິມະນຸດ ຢູ່ ອາຊຽນ ບົນພື້ນຖານເງື່ອນໄຂຂອງພາກພື້ນ ແລະ ຂອງແຕ່ລະປະເທດສະມາຊິກອາຊຽນ.
ໃນວັນທີ 22 ເມສາ 2016, ກົມອາຊຽນ, ກະຊວງການຕ່າງປະເທດໄດ້ຈັດກອງປະຊຸມເຜີຍແຜ່ ສຳລັບບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ກ່ຽວກັບການເປັນປະທານອາຊຽນ ຂອງ ສປປ ລາວ ປີ 2016, ທີ່ໂຮງແຮມດອນຈັນ ພາເລສ, ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ພົງສະຫວັນ ສີສຸລາດ, ຫົວໜ້າກົມອາຊຽນ, ກະຊວງການຕ່າງປະເທດ ແລະ ບັນຍາຍໂດຍ ຜູ້ຕາງຫນ້າຈາກກະຊວງການຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ, ແລະ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສໍາລັບ ແຕ່ລະເສົາຄໍ້າປະຊາຄົມອາຊຽນ ຄື: ປະຊາຄົມ ການເມືອງ-ຄວາມຫມັ້ນຄົງອາຊຽນ, ປະຊາຄົມ ເສດຖະກິດອາຊຽນ ແລະ ປະຊາຄົມ ວັດທະນະທໍາ-ສັງຄົມອາຊຽນ. ພ້ອມດ້ວຍຜູ້ເຂົ້າຮ່ວມຈາກຂະແຫນງການກ່ຽວຂ້ອງ, ບັນດາທູຕານຸທູດ, ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງຕ່າງໆຈໍານວນ 100 ກ່ວາທ່ານ.