ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມສໍາມະນາ ກ່ຽວກັບການຈັດຕັ້ງປະຕິບັດໂຄງການ ແລະ ການຂຽນບົດສະເໜີໂຄງການ ພາຍໃຕ້ກອງທຶນເພື່ອການເຊື່ອມໂຍງ ອາຊຽນ-ຍີ່ປຸ່ນ ຄັ້ງທີ 1.

 

 

DSC 0183

DSC 0196

DSC 0176

DSC 0200

 

ທີ່ນະຄອນຫຼວງວຽງຈັນ, 18 ຕຸລາ 2022 - ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຮ່ວມກັບ ໜ່ວຍງານບໍລິຫານກອງທຶນ JAIF (JMT) ແລະ ກອງເລຂາອາຊຽນ ໄດ້ຮ່ວມກັນຈັດກອງປະຊຸມສໍາມະນາ ກ່ຽວກັບການຈັດຕັ້ງປະຕິບັດໂຄງການ ແລະ ການຂຽນບົດສະເໜີໂຄງການ ພາຍໃຕ້ກອງທຶນເພື່ອການເຊື່ອມໂຍງ ອາຊຽນ-ຍີ່ປຸ່ນ (JAIF) ຄັ້ງທີ 1 ໃນວັນທີ 18 ສິງຫາ 2022 ທີ່ ໂຮງແຮມລາວພຣາຊາ, ນະຄອນຫຼວງວຽງຈັນ.

ອ່ານເພີ່ມເຕີມ... 

ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາສໍານັກງານ ທີ່ ເຊີແນວ ເຂົ້າຮ່ວມກອງປະຊຸມອົງການສະຫະພາບໂທລະຄົມມະນາຄົມສາກົນຄັ້ງປິ 2022 (ITU PP-22).

      

 

2022 10 7 PP

 

ໃນໄລຍະວັນທີ 25 ກັນຍາ-4 ຕຸລາ 2022 ທີ່ ນະຄອນຫລວງ ບູຄາເຣດ, ປະເທດຣູມານີ, ທ່ານ ລັດສະໝີ ແກ້ວມະນີ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາສໍານັກງານ ທີ່ ເຊີແນວ, ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມອົງການສະຫະພາບໂທລະຄົມມະນາຄົມສາກົນ ຄັ້ງປິ 2022 (ITU PP-22) ໂດຍການເປັນປະທານຂອງ   ຣູມານີ, ພາຍໃຕ້ຫົວຂໍ້: “ເຊື່ອມຈອດ ແລະ ຮ່ວມກັນ” (Connect and Unite) ແລະ ມີຄະນະຜູ້ແທນຈາກຫຼາຍກວ່າ 150 ປະເທດເຂົ້າຮ່ວມ. ຈຸດປະສົງລະດັບຄາດໝາຍຂອງກອງປະຊຸມຄັ້ງນີ້ແມ່ນ ເພື່ອທົບທວນຄືນຜົນການຈັດຕັ້ງປະຕິບັດການຮ່ວມມື ໃນໄລຍະ 4 ປີຜ່ານມາ (ITU PP-18); ກໍານົດທິດທາງແຜນການໃນ 4 ປີຕໍ່ໜ້າ (ITU PP-26); ແລະ ເລືອກຕັ້ງເອົາຄະນະບໍລິຫານງານຊຸດໃໝ່.

ອ່ານເພີ່ມເຕີມ... 

ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ເອກະສານສຳຄັນຂອງພັກ, ຂອງລັດ.

 

2022 9 22 Emb Lao VN1

2022 9 22 Emb Lao VN

2022 9 22 Emb Lao VN2

 

ວັນ​ທີ 16 ກັນຍາ  2022, ສະຖານ​ເອກ​ອັກຄະ​ລັດຖະທູດ​ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ​ໄດ້ຈັດ​ຕັ້ງການ​ເຊື່ອມ​ຊຶມ​ເອກະສານ​ສຳຄັນ​ຂອງ​ພັກ, ຂອງ​ລັດ, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ສະຫາຍ ​ຈັນທະ​ພອນ  ຄຳ​ມະນີ​ຈັນ, ກຳມະການຄະນະ​ພັກ​ຮາກ​ຖານ,  ປະທານ​ກວດກາ​ຄະນະ​ພັກ​ຮາກ​ຖານ ສະຖານ​ເອກ​ອັກຄະ​ລັດຖະທູດ​ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໂດຍ​ການ​ເຂົ້າ​ຮ່ວມ​ຮັບ​ຟັງ​ຂອງ​ຄະນະ​ພັກ​ຮາກ​ຖານຄະນະ​ນຳສະຖານທູດ, ຫ້ອງການຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບ ແລະ ຫ້ອງການຜູ້ຕາງໜ້າການບິນລາວ, ພະນັກງານ ແລະ ຄອບຄົວ​ພະນັກງານສະຖານທູດ, ຄະນະໜ່ວຍ​ພັກ​ນັກ​ສຶກສາທີ່​ຮ່າ​ໂນ້ຍຂຶ້ນ​ກັບ​ສະຖານທູດ​ ຈຳນວນ   55  ສະຫາຍ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487095
ມື້ນີ້121
ມື້ວານ210
ອາທິດນີ້757
ເດືອນນີ້488