ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ນະຄອນດານັງ ແລະ ຄະນະພັກ-ຄະນະນໍານະຄອນດານັງ ໄດ້ຈັດພິທີສະເຫລີມສະຫລອງປີສາມັກຄີມິດຕະພາບ ແລະ ການຮ່ວມມື ລາວ- ຫວຽດນາມ, ຫວຽດນາມ-ລາວ.

 

2022 9 8 Danang

 

ໃນຕອນເຊົ້າຂອງວັນທີ 31 ສິງຫາ 2022 ທີ່ ນະຄອນດານັງ ໄດ້ຈັດພິທີສະ​ເຫຼີ​ມສະຫຼອງ 60 ປີ​ ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ (5/9/1962 – 5/9/2022) ​ແລະ  ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ (18 ກໍລະກົດ 1977 - 18 ກໍລະກົດ 2022). ໂດຍມີ ສະຫາຍ ຫງວຽນ ວັນ ກວ້າງ,​ ກໍາມະການສູນກາງພັກ, ເລຂາພັກນະຄອນ ດານັງ; ສະຫາຍ ພົນໂທ ຖາຍ ດາຍ ຫງ໋ອກ, ກໍາມະການສູນກາງພັກ, ຜູ້ບັນຊາການທະຫານເຂດ 5; ສະຫາຍ ເລືອງ      ຫງວຽນ ມິ່ງ ຈ໋ຽດ, ສະມາຊິກສໍາຮອງ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ປະທານສະພາປະຊາຊົນ;​ ສະຫາຍ ເລ ຈຸງ ຈິ່ງ​, ຮອງເລຂາ​ຄະນະ​ພັກ, ປະທານ​ຄະນະ​ກຳມະການ​ປະຊາຊົນ​; ສະຫາຍ ໂງ ຊວນ ຖັງ, ປະທານ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ນະຄອນດານັງ; ສະຫາຍ ໂຮ ກີ່ ມິງ, ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ, ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ນະຄອນດານັງ​;  ສະຫາຍ ຫງວຽນ ວັນ ຈ້ຽນ, ຫົວໜ້າ ສະຫະພັນ ອະດີດທະຫານ ອາສາສະໝັກ ຫວຽດນາມ ຂອງນະຄອນດານັງ; ສະຫາຍ ສຸພັນ ຫາດາວເຮືອງ, ກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ນະຄອນດານັງ; ຜູ້ຕາງໜ້າ​ສຳນັກງານ​ກົງສຸນໃຫຍ່ ​ຕ່າງປະ​ເທດ ຄື: ສະຫະພັນລັດເຊຍ, ຈີນ, ຍີ່ປຸ່ນ, ສ.ເກົາຫລີ ປະຈໍານະຄອນດານັງ, ພ້ອມ​ດ້ວຍ​ ພະນັກງານກົງສຸນໃຫຍ່,​ ນັກສຶກສາລາວ ແລະ ຜູ້​ແທນປະມານ 1.000 ຄົນ ເຂົ້າຮ່ວມພິທີ.

ອ່ານເພີ່ມເຕີມ... 

ສະຖານທູດແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ເຂົ້າອວຍພອນການນຳກະຊວງການຕ່າງປະເທດຫວຽດນາມ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເນື່ອງໃນໂອກາດວັນຊາດຫວຽດນາມ ຄົບຮອບ 77 ປີ

 

2022 9 1 VNMOFA

2022 9 1 VNMOFA2

ວັນ​ທີ 31 ສິງຫາ 2022, ສະຫາຍ ຈັນທະພອນ ຄຳມະນີຈັນ, ທີ່ປຶກສາ, ຮອງຫົວໜ້າສຳນັກງານສະຖານທູດແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ນຳພາຄະນະ ແລະ ພະນັກງານສະຖານທູດລາວ ເຂົ້າອວຍພອນ ສະຫາຍ ນາງ ຫງວຽນ ທິ ຫ່ວງ ​ເວີນ ຮອງຫົວໜ້າຜູ້ປະຈຳການ ຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຫວຽດນາມ ແລະ ສະຫາຍ ຫງວຽນ ມິ​ງ ຫວູ  ຜູ້​ຊ່ວຍລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ເນື່ອງໃນໂອກາດວັນຊາດຂອງ ສສ ຫວຽດນາມ ຄົບຮອບ 77 ປີ (02/09/1945-02/09/2022) ແລະ ວັນສ້າງສາຍພົວພັນການທູດ ລະຫວ່າງ ລາວ-​ຫວຽດນາມ ຄົບຮອບ 60 ປີ (05/09/1962-05/09/2022).

ອ່ານເພີ່ມເຕີມ... 

ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງບັກນິງ

2022 9 1 VN Baning

2022 9 1 VN Baning2

 

ຕອນ​ແລງ​ຂອງວັນທີ 26 ສິງຫາ 2022 ທີ່ຜ່ານມາ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບັກນິງ, ໃນໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ພົບປະ ແລະ ເຮັດວຽກກັບ ສະຫາຍ ນາງ ຫງວຽນ ທິ ​ເຮືອງ ຊາງ, ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງບັກນິງ (ເຈົ້າແຂວງ) ຊຶ່ງໃນການພົບປະຄັ້ງນີ້, ການນໍາແຂວງ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ, ຕີລາຄາສູງທີ່ສະຫາຍເອກອັກຄະລັດຖະທູດ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບັກນິງ ມີຂຶ້ນທ່າມກາງບັນຍາກາດທີ່ສອງປະເທດພວມຈັດຕັ້ງກິດຈະກໍາຕ່າງໆເພື່ອພ້ອມກັນສະເຫຼີມສະຫຼອງ “ປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022” ເພື່ອຫວນຄືນສອງວັນປະຫວັດສາດທີ່ສຳຄັນ ຄື: ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ ຄົບຮອບ 60 ປີ (05/09/1962-05/09/2022) ​ແລະ ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ​ລາວ-ຫວຽດນາມ ຄົບຮອບ 45 ປີ (18/07/1977-18/07/2022).

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487045
ມື້ນີ້71
ມື້ວານ210
ອາທິດນີ້707
ເດືອນນີ້438