ໃນລະຫວ່າງວັນທີ 11-14 ກຸມພາ 2019 ທີ່ຜ່ານມາ, ທ່ານ ພົນຕີ ຄໍາສີ ວົງຄໍາຊາວ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະຊີ້ນໍາວຽກງານ MIA, ພ້ອມດ້ວຍຄະນະຈາກກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດໄດ້ເດີນທາງໄປຕິດຕາມການປະຕິບັດງານຮ່ວມໃນພາກສະໜາມລະຫວ່າງ ລາວ-ອາເມຣິກາ ໃນການສໍາຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ, ຄັ້ງທີ 2 ປະຈໍາສົກປີ 2018-2019, ຢູ່ແຂວງຫົວພັນ.
ໃນຕອນເຊົ້າຂອງວັນທີ 04 ກຸມພາ 2019, ທີ່ ອົງການສະຫະປະຊາຊາດ, ນະຄອນຫລວງວຽນ, ສາທາລະນະລັດໂອຕຣິດ, ທ່ານ ສີທົງ ຈິດໂຍທິນ, ເອກອັກຄະລັດຖະທູດ ໄດ້ຍື່ນສານແຕ່ງຕັ້ງຕໍ່ ທ່ານ Lassina Zerbo, ຜູ້ອໍານວຍການໃຫຍ່ຂອງ ອົງການສົນທິສັນຍາ ວ່າດ້ວຍ ການຫ້າມການທົດລອງອາວຸດນິວເຄຣຍທຸກຮູບແບບ (Comprehensive Nuclear-Test-Ban Treaty Organization) ເພື່ອດຳລົງຕຳແໜ່ງເປັນ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາ ອົງການ CTBTO, ສປຊ.
ໃນວັນທີ 1 ກຸມພາ 2019 ຜ່ານມາ, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ. ຣັດເຊຍ ໄດ້ຈັດໃຫ້ມີການຈັດປາຖະກະຖາ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກຳມະບານລາວ ຄົບຮອບ 63 ປີ (01 ກຸມພາ 1956 – 01 ກູມພາ 2019)ຂື້ນ, ຊື່ງໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວ ມີສະຫາຍ ສີວຽງເພັດ ເພັດວໍຣະສັກ, ເລຂາຄະນະຫນ່ວຍພັກ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສ. ຣັດເຊຍ, ສະຫາຍ ລຽນທອງ ສຸພານີ, ຫົວຫນ້າໜ່ວຍກໍາມະບານ, ທີ່ປຶກສາດ້ານເສດຖະກີດ-ການຄ້າ, ມີຄະນະນໍາສະຖານທູດ, ຕາງໜ້າໜ່ວຍຊາວໜຸ່ມ ແລະ ໜ່ວຍສະຫະພັນແມ່ຍິງ, ສະມາຊິກກໍາມະບານ, ພະນັກງານຕະຫຼອດຮອດຄອບຄົວຂອງພະນັກງານສະຖານທູດ, ມີຫົວຫນ້າສະມາຄົມນັກສຶກສາລາວ ແລະ ສະມາຊິກກໍາມະບານນັກສຶກສາ ທີ່ມົດສະກູ ເຂົ້່າຮ່ວມທັງໝົດ 30 ທ່ານ, ໃນນັ້ນຍິງ 10 ທ່ານ.