ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ກອງປະຊຸມວິຊາການ ໃນຫົວຂໍ້ “ກາລະໂອກາດ ແລະ ສິ່ງທ້າທາຍ ໃນການເຊື່ອມໂຍງພາກພື້ນແມ່ນ້ຳຂອງ ເພື່ອອຳນວຍຄວາມສະດວກການພັດທະນາເສດຖະກິດ ຂອງ ສປປ ລາວ”

20190208EcoDept

ໃນວັນທີ 08 ກຸມພາ 2019 ທີ່ ຫ້ອງວ່າການປົກຄອງແຂວງວຽງຈັນ, ກົມເສດຖະກິດ, ກະຊວງການຕ່າງປະເທດ, ຮ່ວມກັບ ສູນອາຊຽນ-ຍີ່ປຸ່ນ (AJC) ໄດ້ຈັດກອງປະຊຸມວິຊາການ ໃນຫົວຂໍ້ “ກາລະໂອກາດ ແລະ ສິ່ງທ້າທາຍ ໃນການເຊື່ອມໂຍງພາກພື້ນແມ່ນ້ຳຂອງ ເພື່ອອຳນວຍຄວາມສະດວກການພັດທະນາເສດຖະກິດ ຂອງ ສປປ ລາວ”, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ບຸນສອນ ເພັດລາວັນ, ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງ ແຂວງວຽງຈັນ ແລະ ທ່ານ ວິລະສັກ ສົມພົງ, ຮັກສາການຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ. ໂດຍມີຜູ້ເຂົ້າຮ່ວມຈາກ ບັນດາພະແນກຂະແໜງການກ່ຽວຂ້ອງ, ພາກທຸລະກິດ, ພາກສ່ວນນັກສຶກສາຈາກ ວິທະຍາໄລ ເຕັກນິກແຂວງ ພາຍໃນແຂວງ ຈໍານວນ 80 ກວ່າທ່ານ.

ອ່ານເພີ່ມເຕີມ... 

ທູດລາວ ປະຈຳ ລັດເຊຍ ເຂົ້າອວຍພອນ ສະຖານທູດ ສສ.ຫວຽດນາມ ໃນໂອກາດບຸນປີໃຫມ່ປະຈໍາຊາດ

201926-emlao-auyphone-viet

ໃນອາທິດຜ່ານມາ, ໃນໂອກາດປີໃຫມ່ຂອງ ສສ.ຫວຽດນາມ ໃກ້ຈະຫມູນວຽນມາເຖິງ, ທ່ານທູດ ສີວຽງເພັດ ເພັດວໍລະສັກ ພ້ອມດ້ວຍພະນັກງານສະຖານທູດ ໄດ້ເຂົ້າອວຍພອນ ທ່ານທູດ Ngo Duc Manh ແລະ ພະນັກງານ ທີ່ ສໍານັກງານສະຖານທູດຫວຽດນາມ ປະຈໍາ ສະຫະພັນ ຣັດເຊຍ.

ອ່ານເພີ່ມເຕີມ... 

ພິທີມອບໃບຍ້ອງຍໍໃຫ້ບຸກຄົນ ແລະ ອົງການຕ່າງໆທີ່ປະກອບສ່ວນໃຫ້ການຊ່ວຍເຫລືອເມືອງສະໜາມໄຊ

20190128LaoEmbSeoul120190128LaoEmbSeoul

    ໃນ​ຕອນ​ບ່າຍວັນທີ 23 ມັງກອນ 2019, ສະຖານທູດໄດ້ຕາງຫນ້າໃຫ້ ສູນກາງແນວລາວສ້າງຊາດ ຈັດພິທີມອບໃບຍ້ອງຍໍໃຫ້ແກ່ບັນດາບຸກຄົນ ແລະ ອົງການຕ່າງໆ ຂອງ ສ.ເກົາຫລີ ທີ່ໄດ້ປະກອບສ່ວນຊ່ວຍເຫລືອຢາປົວພະຍາດ ແລະ ອຸປະກອນການແພດ ລວມມູນຄ່າປະມານ 620.406.704 ວອນ ຫລື ປະມານ 550.000 ໂດລາ ສະຫະລັດ ໃຫ້ແກ່ເມືອງສະຫນາມໄຊ, ແຂວງອັດຕະປື. ການຊ່ວຍເຫລືອດັ່ງກ່າວແມ່ນມູນນິທິ Korea Love Sharing Community ແລະ ມູນນິທິ Good Partners ໄດ້ຮ່ວມກັນລະດົມການປະກອບສ່ວນຈາກບຸກຄົນ ແລະ ອົງການຕ່າງໆດັ່ງກ່າວ, ເຊິ່ງເຄື່ອງຊ່ວຍເຫລືອແມ່ນໄດ້ສົ່ງໄປລາວແລ້ວ ໂດຍຜ່ານ ສູນກາງແນວລາວສ້າງຊາດ ໃນເດືອນພະຈິກ 2018 ທີ່ຜ່ານມາ ເພື່ອນຳໄປມອບຕໍ່ໃຫ້ເມືອງສະຫນາມໄຊ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486868
ມື້ນີ້104
ມື້ວານ157
ອາທິດນີ້530
ເດືອນນີ້261